ເປີດງານຕະຫຼາດນັດເຕັກໂນໂລຊີແລະຜະລິດຕະພັນທີ່ມີສິດທິບັດສາກົນຈີນຄັ້ງທີ 13 ຢູ່ນະຄອນຕ້າລຽນ

2023-10-14 15:26:04 cri


ງານຕະຫຼາດນັດເຕັກໂນໂລຊີແລະຜະລິດຕະພັນທີ່ມີສິດທິບັດສາກົນຈີນຄັ້ງທີ 13 ໄດ້ໄຂຂຶ້ນຢູ່ ນະຄອນຕ້າລຽນປະເທດຈີນໃນວັນທີ 14 ຕຸລານີ້, ຫົວຂໍ້ຂອງງານຕະຫຼາດນັດຄັ້ງນີ້ແມ່ນ “ຊັບສິນທາງປັນຍານຳພາການຫັນເປັນດີຈີຕອນຂອງອຸດສາຫະກຳ”.


ແຫຼ່ງຂ່າວຈາກພິທີເປີດງານໃຫ້ຮູ້ວ່າ, ແຕ່ 2016 ຫາ 2022, ຈັງຫວະການເຕີບໂຕສະເລ່ຍຕໍ່ປີຂອງການມອບສິດທິບັດປະດິດສ້າງ ໃນອຸດສາຫະກໍາແກນກາງຂອງເສດຖະກິດດີຈີຕອນຂອງຈີນໄດ້ບັນລຸ 18%. ນັບມາຮອດທ້າຍປີ 2022, ປະລິມານສິດທິບັດປະດິດສ້າງທີ່ມີປະສິດທິພາບ ໃນອຸດສາຫະກໍາແກນກາງຂອງເສດຖະກິດດີຈີຕອນຂອງຈີນມີເຖິງ 1,6 ລ້ານລາຍການ, ກວມເອົາ 38% ຂອງຍອດປະລິມານສິດທິບັດປະດິດສ້າງທີ່ມີປະສິດທິພາບ, ເຊິ່ງໄດ້ ສະຫນັບສະຫນູນການຫັນເປັນດິຈິຕອນແລະຍົກລະດັບອຸດສາຫະກໍາຢ່າງແຂງແຮງ.


ຕາມຂ່າວແຈ້ງວ່າ, ບັນດາແຂກທີ່ເຂົ້າຮ່ວມງານຕະຫຼາດນັດຈະນຳໃຊ້ງານຄັ້ງນີ້ເປັນເວທີ, ສຸມໃສ່ຫົວຂໍ້ທີ່ກ່ຽວຂ້ອງກັບການນຳໃຊ້ສິດທິບັດ ແລະ ການຫັນເປັນດີຈີຕອນຂອງອຸດສາຫະກຳ, ລົງເລິກດຳເນີນການເປິກສາຫາລືແລະການແລກປ່ຽນ, ຕັ້ງໜ້າສະແດງເຕັກນິກແລະຜະຕິດຕະພັນ ກໍ່ຄືດຳເນີນການຊື້ຂາຍກັນ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງ, ເພື່ອເຮັດໃຫ້ຊັບສິນທາງປັນຍາຊຸກຍູ້ໃຫ້ການປະດິດສ້າງມີ ຊີວິດຊີວາຫຼາຍຂຶ້ນ, ເຮັດໃຫ້ຜົນການປະດິດສ້າງຫັນເປັນປະສິດທິຜົນປະໂຫຍດດ້ານເສດຖະກິດໃຫ້ດີກວ່າເກົ່າ ແລະ ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ.