ທ່ານຫວາງຢີ້ ແລະ ຜູ້ຕາງໜ້າຂັ້ນສູງວຽກງານການຕ່າງປະເທດ ແລະ ນະໂຍບາຍຄວາມໝັ້ນຄົງຂອງສະຫະພາບເອີຣົບຮ່ວມກັນຖະແຫຼງຕໍ່ສື່ມວນຊົນ

2023-10-14 15:37:35 cri

 

    ວັນທີ 13 ຕຸລານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານ ໂຈເຊບ ໂບເຣນ ຜູ້ຕາງໜ້າຂັ້ນສູງວຽກງານການຕ່າງປະເທດ ແລະ ນະໂຍບາຍຄວາມໝັ້ນຄົງຂອງສະຫະພາບເອີຣົບໄດ້ຮ່ວມກັນຖະແຫຼງຕໍ່ສື່ມວນຊົນ ຫຼັງຈາກຈັດການງານສົນທະນາຍຸດທະສາດລະດັບສູງຈີນ-ສະຫະພາບເອີຣົບ.

    ແນໃສ່ຄຳຖາມຂອງນັກຂ່າວທີ່ກ່ຽວກັບສະຖານະການປາເລັສຕິນ- ອິດສະຣາແອນ, ທ່ານຫວາງຢີ້ກ່າວວ່າ: ສະຖານະການຢູ່ປາເລັສຕິນໃນປັດຈຸບັນອັນຕະລາຍຫຼາຍ, ຈີນເຫັນວ່າ, ສິ່ງທີ່ສຳຄັນທີ່ສຸດໃນປັດຈຸບັນ ຄື: ໜຶ່ງແມ່ນຍຸດຕິການປະທະກັນໂດຍໄວ, ເພື່ອຫຼີກລ່ຽງບໍ່ໃຫ້ສະພາບການຮຸນແຮງຂຶ້ນຕື່ມ. ສອງແມ່ນເຄົາລົບ ແລະ ປະຕິບັດຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ, ເພື່ອປ້ອງກັນບໍ່ໃຫ້ເກີດເຫດການມະນຸດສະທຳອັນໜັກໜ່ວງ. ສາມແມ່ນປະເທດທີ່ກ່ຽວຂ້ອງຕ່າງໆຄວນຮັກສາຄວາມອົດກັ້ນໄວ້, ຍຶດໝັ້ນຄວາມພາວະວິໄສ ແລະ ຄວາມຍຸຕິທຳ, ຊຸກຍູ້ໃຫ້ການປະທະກັນຫຼຸດຜ່ອນລົງ. ສີ່ແມ່ນອົງການສະຫະປະຊາຊາດຄວນເສີມຂະຫຍາຍບົດບາດທີ່ຄວນມີເຂົ້າໃນການແກ້ໄຂບັນຫາປາເລັສຕິນ.