ຜົນງານຂອງກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ອາດຈະມີຫຼາຍກວ່າຜົນງານຂອງສອງຄັ້ງທີ່ຜ່ານມາ

2023-10-15 15:18:12 cri

ວັນທີ 13 ຕຸລານີ້, ທ່ານມ໋າຈ່າວຊູ້ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າ: ຄາດວ່າ, ກອງປະຊຸມເວທີເປິກສາຫາລືສຸດຍອດວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງນີ້ຈະໄດ້ຮັບຜົນອັນອຸດົມສົມບູນ, ຜົນງານລວມອາດຈະມີຫຼາຍກວ່າສອງຄັ້ງທີ່ຜ່ານມາ.


ທ່ານມ໋າຈ່າວຊູ້າວຕື່ມວ່າ: ກອງປະຊຸມເວທີເປິກສາຫາລືສຸດຍອດວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ແມ່ນກິດຈະກຳທາງການທູດທີ່ສຳຄັນທີ່ສຸດທີ່ຈັດຂຶ້ນພາຍໃນປະເທດຈີນໃນປີນີ້ ແລະ ກໍແມ່ນກິດຈະກຳຄຶກຄື້ນທີ່ສຸດ ໃນການລະນຶກການສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ. ນອກຈາກພິທີໄຂກອງປະຊຸມແລ້ວ, ໃນກອງປະຊຸມຄັ້ງນີ້ຍັງຈະຈັດກອງປະຊຸມເວທີເປິກສາຫາລືລະດັບສູງ 3 ຄັ້ງ, ກອງປະຊຸມເວທີເປິກສາຫາລຫົວຂໍ້ສະເພາະ 6 ຄັ້ງ ແລະ ກອງປະຊຸມໃຫຍ່ນັກທຸລະກິດ “ໜຶ່ງແລວໜຶ່ງເສັ້ນທາງ”. ຍັງຈະເຜີຍແຜ່ຖະແຫຼງການປະທານສະບັບໜຶ່ງ, ບັນຊີລາຍຊື່ເອກະສານໝາກຜົນການຮ່ວມມືຫຼາຍຝ່າຍ ແລະ ບັນຊີລາຍຊື່ໂຄງການຮ່ວມມືຕົວຈິງສະບັບໜຶ່ງ. ປັດຈຸບັນ, ມີຜູ້ແທນຈາກ 140 ກວ່າປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນຢືນຢັນວ່າຈະເຂົ້າຮ່ວມກອງປະຊຸມ, ຈຳນວນແຂກຜູ້ມີກຽດທີ່ລົງທະບຽນມີຫຼາຍກວ່າ 4.000 ຄົນແລ້ວ.