3ໄຕມາດຂອງປີນີ້, ອຸດສາຫະກຳເຫຼັກກ້າຂອງຈີນໄດ້ຄອງສ່ວນແບ່ງໃນຕະຫຼາດທົ່ວໂລກເພີ່ມຂຶ້ນຢ່າງຕໍ່ເນື່ອງ

2023-10-16 12:21:12 cri



ຕາມແຫຼ່ງຂ່າວຈາກກອງປະຊຸມເຫຼັກກ້າສາກົນຈີນຄັ້ງທີ12ແລະກອງປະຊຸມເວທີເປິກສາຫາລືການປະດິດສ້າງຫຼໍ່ຫຼອມໂລຫະແບບກາກບອນຕ່ຳຂອງໂລກ2023ທີ່ຈັດຂຶ້ນຢູ່ນະຄອນຊຽງໄຮ້ ສປ ຈີນໃຫ້ຮູ້ໃນວັນທີ15ຕຸລານີ້ວ່າ: ປີ2023, ປະລິມານການຜະລິດເຫຼັກກ້າຂອງຈີນໄດ້ເຕີບໂຕຢ່າງໝັ້ນທ່ຽງ, ກວມອັດຕາສ່ວນຂອງຍອດປະລິມານການຜະລິດທົ່ວໂລກເພີ່ມຂຶ້ນຕື່ມອີກ. ຂະແໜງການເຫຼັກກ້າໄດ້ເລັ່ງຫັນປ່ຽນຮູບແບບການພັດທະນາຕາມທິດສີຂຽວແລະກາກບອນຕ່ຳ ກໍຄືປັບປຸງໃຫ້ມີລະດັບສູງຂຶ້ນ.




ອີງຕາມຂໍ້ມູນສະຖິຕິສະແດງໃຫ້ເຫັນວ່າ: ປີ2022ຜ່ານມາ, ປະລິມານການຜະລິດເຫຼັກກ້າຂອງຈີນໄດ້ກວມ53,9%ຂອງຍອດປະລິມານທົ່ວໂລກ. ຂະແໜງການເຫຼັກກ້າຂອງຈີນໄດ້ສືບຕໍ່ຊຸກຍູ້ການລະບາຍກາກບອນຕ່ຳທີ່ສຸດແລະສ້າງໃຫ້ມີປະສິດທິພາບປະສິດທິຜົນສູງສຸດ, ວິສາຫະກິດຕ່າງໆທີ່ມີຄວາມສາມາດດ້ານການຜະລິດລວມທັງໝົດຫຼາຍກວ່າ500ລ້ານໂຕນໄດ້ສຳເລັດແລ້ວຫຼືກຳລັງປະຕິບັດການປັບປຸງການຜະລິດແບບລະບາຍກາກບອນຕ່ຳທີ່ສຸດ, ປະລິມານການລະບາຍມົນລະພິດຂອງວິສາຫະກິດເຫຼັກກ້າທີ່ສຳຄັນໄດ້ບັນລຸລະດັບຄວາມກ້າວໜ້າຂອງໂລກແລ້ວ.