ຈັດກອງປະຊຸມສະຫະພັນການສຶກສາດົນຕີ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3

2023-10-16 19:42:52 CRI

 

   ກອງປະຊຸມສະຫະພັນການສຶກສາດົນຕີ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ໄດ້ຈັດຂຶ້ນໃນວັນທີ 15 ຕຸລານີ້ຢູ່ສະຖາບັນດົນຕີສູນກາງຈີນ ໂດຍມີຜູ້ອໍານວຍການສະຖາບັນສິລະປະດົນຕີ, ນັກວິຊາການ ແລະ ນັກບັນເລງດົນຕີຈາກ 30 ປະເທດແລະເຂດແຄວ້ນເຂົ້າຮ່ວມ.


   ໃນໂອກາດນີ້, ທ່ານ ຢູເຟີງ ຜູ້ອໍານວຍການສະຖາບັນດົນຕີສູນກາງຈີນຢືນຢັນວ່າ: ດົນຕີມີບົດບາດສໍາຄັນໃນການຖອດຖອນບົດຮຽນດ້ານອະລິຍະທຳເຊິ່ງກັນແລະກັນກໍຄືການເຊື່ອມສານຈິດໃຈຂອງມະນຸດ ເວົ້າລວມ ເວົ້າສະເພາະເຄື່ອງດົນຕີຂອງຊົນເຜົ່າຈໍານວນໜຶ່ງທີ່ປາກົດເຫັນກັນທົ່ວໄປໃນປັດຈຸບັນນີ້, ແມ່ນເປັນ ຜົນງານແຫ່ງການເຜີຍແຜ່ ແລະ ເຊື່ອມໂຍງເຂົ້າກັນ.


   ຕາມຂ່າວແຈ້ງໃຫ້ຮູ້ວ່າ: ສະຖາບັນດົນຕີສູນກາງຈີນໄດ້ສ້າງຕັ້ງສະຫະພັນການສຶກສາດົນຕີ “ໜຶ່ງແລວໜຶ່ງເສັ້ນທາງ” ເມື່ອປີ 2017, ເຊິ່ງສະຫະພັນນີ້ລັດຖະບານຈີນໄດ້ຈັດເຂົ້າເປັນໜຶ່ງໃນ 270 ຜົນງານຂອງ “ໜຶ່ງແລວໜຶ່ງເສັ້ນທາງ”. ນັບມາຮອດປັດຈຸບັນ, ມີສະຖາບັນ 61 ແຫ່ງເປັນສະມາຊິກຂອງສະຫະພັນດັ່ງກ່າວ, ໃນນັນມີສະຖາບັນຕ່າງປະເທດ 37 ແຫ່ງ ແລະ ສະຖາບັນພາຍໃນ 24 ແຫ່ງ.