ຂະບວນລົດໄຟຂົນສົ່ງອາຫານແຊ່ເຢັນສາກົນຈີນ-ລາວແລະຈີນ-ຫວຽດນາມໄດ້ເປີດນຳໃຊ້ທັງສອງທິດທາງ

2023-10-16 15:42:33 cri


ຕອນເຊົ້າວັນທີ 16 ຕຸລານີ້, ລົດໄຟຂົນສົ່ງອາຫານແຊ່ເຢັນສອງຂະບວນທີ່ບັນທຸກຜັກແລະໝາກໄມ້ທີ່ເປັນເອກະລັກພິເສດຂອງແຂວງຢຸນນານຈີນໄດ້ແລ່ນອອກຈາກສະຖານີຢຽນເຮີນະຄອນຢູ້ສີ່ແຂວງຢຸນນານໃນເວລາດຽວກັນ, ຈະເດີນທາງໄປຮອດນະຄອນຫຼວງວຽງຈັນຂອງລາວແລະແຂວງລາວກາຍຂອງຫວຽດນາມຕາມລຳດັບໃນວັນທີ 17 ຕຸລານີ້, ເຊິ່ງເປັນສັນຍາລັກສະແດງໃຫ້ເຫັນວ່າ, ຂະບວນລົດໄຟຂົນສົ່ງອາຫານແຊ່ເຢັນສາກົນຈີນ-ລາວແລະຈີນ-ຫວຽດນາມໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ.



ຂ່າວແຈ້ງໃຫ້ຮູ້ວ່າ, ໃນໄລຍະເບື້ອງຕົ້ນ, ຂະບວນລົດໄຟຂົນສົ່ງອາຫານແຊ່ເຢັນສາກົນຈີນ-ລາວ ຈາກຄຸນໝິງໄປຫາວຽງຈັນຈະແລ່ນລົດມື້ລະຖ້ຽວ, ຂະບວນລົດໄຟຂົນສົ່ງອາຫານແຊ່ເຢັນສາກົນຈີນ-ຫວຽດນາມ ຈາກຄຸນໝິງໄປຫາລາວກາຍແລ່ນລົດອາທິດລະຖ້ຽວ. ພາກສ່ວນທາງລົດໄຟຈະປັບຄວາມຖີ່ການແລ່ນລົດໄຟຕາມຄວາມຕ້ອງການຂອງລູກຄ້າ.