ກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ "ໜຶ່ງແລວໜຶ່ງເສັ້ນທາງ" ຄັ້ງທີ 3 ຈັດກອງປະຊຸມຖະແຫຼງຂ່າວ

2023-10-16 15:40:03 cri


ຕອນເຊົ້າວັນທີ 16 ຕຸລານີ້, ກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ "ໜຶ່ງແລວໜຶ່ງເສັ້ນທາງ" ຄັ້ງທີ 3 ໄດ້ຈັດກອງປະຊຸມຖະແຫຼງຂ່າວຄັ້ງທຳອິດ, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງຊັບພະຍາກອນທຳມະຊາດ, ສູນມະຫາສະໝຸດແຫ່ງຊາດຈີນແລະພາກສ່ວນອື່ນໆ ໄດ້ແນະນຳສະພາບການຂອງເວທີເປິກສາຫາລືພິເສດກ່ຽວກັບການຮ່ວມມືທາງທະເລ .



ທ່ານ ວາງອ່ານທ່າວ, ຮອງຫົວໜ້າກົມການຮ່ວມມືສາກົນກະຊວງຊັບພະຍາກອນທຳມະຊາດຈີນແນະນຳໃຫ້ຮູ້ວ່າ: ເວທີເປິກສາຫາລືພິເສດກ່ຽວກັບການຮ່ວມມືທາງທະເລຈະຈັດຂຶ້ນໃນຕອນບ່າຍວັນທີ 18 ຕຸລານີ້ຢູ່ສູນປະຊຸມແຫ່ງຊາດນະຄອນຫຼວງປັກກິ່ງ. ເຊິ່ງແມ່ນເວທີເປິກສາຫາລືພິເສດຄັ້ງທຳອິດກ່ຽວກັບການຮ່ວມມືທາງທະເລທີ່ຈັດຂຶ້ນພາຍໃຕ້ຂອບກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”, ໄດ້ສະແດງໃຫ້ເຫັນຢ່າງເຕັມທີ່ເຖິງຄວາມເອົາໃຈໃສ່ໃນລະດັບສູງຂອງຈີນທີ່ມີຕໍ່ການຮ່ວມມືທາງທະເລລະຫວ່າງບັນດາປະເທດທີ່ຮ່ວມກັນສ້າງ "ໜຶ່ງແລວໜຶ່ງເສັ້ນທາງ".


ປັດຈຸບັນ, ແຂກຜູ້ມີກຽດຈາກຕ່າງປະເທດ 70 ກວ່າທ່ານຢືນຢັນວ່າຈະເຂົ້າຮ່ວມເວທີເປິກສາຫາລື. ໃນຕອນທ້າຍຂອງເວທີເປິກສາຫາລື, ຈະປະກາດບັນຊີລາຍຊື່ຜົນງານໂຄງການຮ່ວມມື ແລະ ຂໍ້ລິເລີ່ມການຮ່ວມມື.