ທ່ານສີຈິ້ນຜິງ ປະທານປະເທດຈີນຈະເຂົ້າຮ່ວມພິທີໄຂກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ແລະ ກ່າວຄຳປາໄສ

2023-10-17 10:58:55 cri

ພິທີໄຂກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ຈະຈັດຂຶ້ນໃນວັນທີ 18 ຕຸລານີ້ຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ຈະເຂົ້າຮ່ວມພິທີດັ່ງກ່າວ ແລະ ກ່າວຄຳປາໄສ.

ນະໂອກາດນີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ຈະຖ່າຍທອດສົດຕໍ່ພິທີດັ່ງກ່າວ.