ຈັດພິທີນຳສະເໜີປຶ້ມ "ສີຈິ້ນຜິງວ່າດ້ວຍ ‘ໜຶ່ງແລວໜຶ່ງເສັ້ນທາງ’ " ສະບັບພາສາຕ່າງປະເທດຫຼາຍພາສາຢູ່ປັກກິ່ງ

2023-10-17 15:34:24 cri


ວັນທີ 16 ຕຸລານີ້, ພິທີນຳສະເໜີປຶ້ມ "ສີຈິ້ນຜິງວ່າດ້ວຍ ‘ໜຶ່ງແລວໜຶ່ງເສັ້ນທາງ’ " ສະບັບພາສາຕ່າງປະເທດຫຼາຍພາສາໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ເຊິ່ງສະບັບພາສາອາຣັບ, ພາສາແອັສປາຍ, ພາສາປ໋ອກຕຸຍການ, ພາສາເຢຍລະມັນແລະພາສາຍີ່ປຸ່ນຈະເລີ່ມພິມຈຳໜ່າຍຢູ່ທັງພາຍໃນແລະຕ່າງປະເທດຢ່າງເປັນທາງການ. ມີທູຕານູທູດ, ຜູ້ຊ່ຽວຊານ, ນັກວິຊາການ, ຜູ້ຕາງໜ້າວົງການແປ ແລະວົງການພິມຈຳໜ່າຍຂອງປະເທດທີ່ຮ່ວມກັນສ້າງ "ໜຶ່ງແລວໜຶ່ງເສັ້ນທາງ" ທັງໝົດ 100 ກວ່າທ່ານໄດ້ເຂົ້າຮ່ວມພິທີດັ່ງກ່າວ.


ປຶ້ມ "ສີຈິ້ນຜິງວ່າດ້ວຍ ‘ໜຶ່ງແລວໜຶ່ງເສັ້ນທາງ’ " ໄດ້ຮຽບຮຽງຈາກ 42 ບົດເລື່ອງກ່ຽວກັບການຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ນັບແຕ່ເດືອນກັນຍາປີ 2013 ຫາເດືອນກໍລະກົດປີ 2018. ເຊິ່ງໄດ້ບັນທຶກຂະບວນການແຫ່ງການນຳສະເໜີ, ປັບປຸງເສີມສ້າງເນື້ອໃນ ແລະພັດທະນາ ຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ" ຢ່າງລະອຽດ, ໄດ້ອຳນວຍຂໍ້ມູນທີ່ຖືກຕ້ອງແລະລະອຽດໃຫ້ແກ່ຜູ້ອ່ານທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບຮູ້ແລະເຂົ້າໃຈຄວາມໝາຍສຳຄັນ, ແຫຼ່ງທີ່ມາຂອງແນວຄິດແລະຄຸນຄ່າທາງດ້ານພຶດຕິກຳຂອງການຮ່ວມກັນສ້າງ "ໜຶ່ງແລວໜຶ່ງເສັ້ນທາງ" ໄດ້ດີກວ່າເກົ່າ. ກ່ອນໜ້ານີ້, ປຶ້ມ "ສີຈິ້ນຜິງວ່າດ້ວຍ ‘ໜຶ່ງແລວໜຶ່ງເສັ້ນທາງ’ "ສະບັບພາສາອັງກິດ, ຝຣັ່ງ ແລະ ຣັດເຊຍ ໄດ້ພິມຈຳໜ່າຍໂດຍສຳນັກພິມຈຳໜ່າຍພາສາຕ່າງປະເທດຂອງຈີນແລ້ວ.