ລັດຖະບານຈີນໃຫ້ການຊ່ວຍເຫຼືອເພື່ອມະນຸດສະທຳແບບສຸກເສີນແກ່ປາແລັດສະຕິນ

2023-10-17 15:52:39 CRI

   ວັນທີ 16 ຕຸລານີ້, ທ່ານ ສວີເຫວີຍ ໂຄສົກອົງການຮ່ວມມືເພື່ອການພັດທະນາສາກົນແຫ່ງຊາດຈີນຢືນຢັນວ່າ: ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຂອງອົງການສະຫະປະຊາຊາດ ກໍຄືຫຼຸດຜ່ອນສະພາບການດ້ານມະນຸດສະທຳຢູ່ໃນເຂດກາຊາ, ຝ່າຍຈີນພວມໃຫ້ການຊ່ວຍເຫຼືອເພື່ອມະນຸດສະທຳແບບສຸກເສີນແກ່ໜ່ວຍງານອົງການສະຫະປະຊາຊາດເພື່ອຊ່ວຍເຫຼືອຊາວອົບພະຍົບ ແລະ ໂຄງການຢູ່ປາແລັດສະຕິນຕາເວັນອອກໃກ້ ກໍຄື ອົງການອໍານາດແຫ່ງຊາດປາແລັດສະຕິນ ເພື່ອນໍາໃຊ້ເຂົ້າໃນການແກ້ໄຂຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນຢູ່ເຂດກາຊາ ເຊັ່ນ: ສະບຽງອາຫານ, ການປິ່ນປົວ, ບ່ອນຢູ່ອາໄສ ເປັນຕົ້ນ.