ຈັດພິທີນຳສະເໜີສິ່ງພິມຫຼາຍພາສາຂອງຟີມສາລະຄະດີເລື່ອງ “ເສັ້ນທາງສູ່ຄວາມຈະເລີນຮຸ່ງເຮືອງ”ເພື່ອສະເຫຼີມສະຫຼອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ຄົບຮອບ10ປີອອກສູ່ໂລກເປັນຄັ້ງທຳອິດ

2023-10-17 10:45:10 cri



ວັນທີ16ຕຸລານີ້, ຢູ່ນະຄອນຫຼວງປັກກິ່ງປະເທດຈີນ, ວິທະຍຸໂທລະພາບສູນກາງຈີນຫຼືCMGໄດ້ຈັດພິທີນຳສະເໜີສິ່ງພິມຫຼາຍພາສາຂອງຟີມສາລະຄະດີເລື່ອງ “ເສັ້ນທາງສູ່ຄວາມຈະເລີນຮຸ່ງເຮືອງ”ເພື່ອສະເຫຼີມສະຫຼອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ຄົບຮອບ10ປີອອກສູ່ໂລກເປັນຄັ້ງທຳອິດ.

ແຫຼ່ງຂ່າວໃຫ້ຮູ້ວ່າ: ຟີມສາລະຄະດີເລື່ອງນີ້ມີເນື້ອໃນກວມເຖິງຕົວຢ່າງໂດດເດັ່ນຂອງເກືອບ70ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ໂດຍໄດ້ສຳພາດປະມຸກລັດ ນັກການເມືອງຄົນສຳຄັນຂອງ20ກວ່າປະເທດພ້ອມດ້ວຍຜູ້ຊ່ຽວຊານ ນັກວິຊາການທັງພາຍໃນປະເທດຈີນແລະຕ່າງປະເທດ, ຜູ້ຮັບຜິດຊອບກະຊວງທະບວງກົມສຳຄັນຂອງຈີນແລະອົງການຈັດຕັ້ງສາກົນທັງຫຼາຍ ເພື່ອສະແດງໃຫ້ເຫັນບົດບາດອັນກວ້າງຂວາງຂອງຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ຈາກຫຼາຍແງ່ມູມ. CMGຈະເຜີຍແຜ່ສິ່ງພິມແລະຜະລິດຕະພັນສຽງແລະພາບດ້ວຍຫຼາຍພາສາເຊັ່ນ ພາສາຈີນ, ອັງກິດ, ແອັສປາຍເປັນຕົ້ນໃນໄລຍະໃກ້ໆນີ້. ພ້ອມດຽວກັນນັ້ນ, ລາຍການດີເດັ່ນຕ່າງໆກ່ຽວກັບການສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ10ປີ ເຊິ່ງລວມທັງຟີມສາລະຄະດີເລື່ອງດັ່ງກ່າວຈະອອກອາກາດຢູ່100ກວ່າປະເທດແລະເຂດແຄ້ວນໃນທົ່ວໂລກ.