ພິທີນໍາສະເໜີຜົນງານການຮ່ວມມືສາກົນດ້ານຮູບເງົາໂທລະພາບ “ໜຶ່ງແລວໜຶ່ງເສັ້ນທາງ” ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2023-10-17 13:00:36 CRI


   ພິທີນໍາສະເໜີຜົນງານການຮ່ວມມືສາກົນດ້ານຮູບເງົາໂທລະພາບ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 16 ຕຸລານີ້, ໂດຍມີທ່ານ ເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ທັງເປັນຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG, ຜູ້ຕາງໜ້າສະຖານທູດແລະສະຖານກົງສຸນນີກາຣາກວາ, ໄທ, ອີຣານ ແລະ ປະເທດອື່ນໆປະຈໍາຈີນ, ພ້ອມດ້ວຍຜູ້ຮັບຜິດຊອບອົງການສື່ມວນຊົນ ແລະ ຮູບເງົາໂທລະພາບຂອງປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເຂົ້າຮ່ວມງານຄັ້ງນີ້.



   ໃນໂອກາດນີ້, ໄດ້ມີການສາຍຟິມສາລະຄະດີ “ຈ້ອງມອງເບິ່ງປະເທດຈີນຜ່ານເລັນກ້ອງ” ຄັ້ງປະຖົມມະເລີກໃນທົ່ວໂລກຢ່າງເປັນທາງການທີ່ຖ່າຍທໍາຮ່ວມກັນໂດຍບັນດາປະເທດສະມາຊິກປະຊາຄົມເສັ້ນທາງສາຍໄໝ. ນອກນັ້ນ, ຢູ່ພາຍໃນພິທີຍັງໄດ້ທົບທວນຄືນຜົນງານດ້ານການພັດທະນາຂອງປະຊາຄົມໂທລະພາບ ເສັ້ນທາງສາຍໄໝໃນຮອບ 7 ປີຜ່ານມາໂດຍຜ່ານຮູບແບບປະມວນວິດີໂອ, ພ້ອມທັງໄດ້ຈັດພິທີລົງນາມໃນສັນຍາເພື່ອຮັບເອົາສະມາຊິກໃໝ່ແບບອອນລາຍ ໂດຍມີໂທລະພາບ Russia Today TV ຂອງຣັດເຊຍ ແລະ ໂທລະພາບແຫ່ງຊາດນີກາຣາກວາລົງນາມໃນບົດບັນທຶກການຮ່ວມມື ແລະ ໄດ້ກາຍເປັນສະມາຊິກຂອງປະຊາຄົມດັ່ງກ່າວຢ່າງເປັນທາງການ. ນັບແຕ່ປະຊາຄົມໂທລະພາບເສັ້ນທາງສາຍໄໝສ້າງຕັ້ງຂຶ້ນເປັນເວລາ 7 ປີມານີ້, ໄດ້ມີການເຕີບໃຫຍ່ຂະຫຍາຍຕົວແລະກາຍເປັນປະຊາຄົມທີ່ມີອົງການຈັດຕັ້ງ 146 ແຫ່ງໃນ 64 ປະເທດ ແລະ ເຂດແຄວ້ນ.