ຂໍ້ລິເລິ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ປະຕິບັດມາເປັນເວລາ 10 ປີ ໄດ້ດຶງດູດການລົງທຶນເກືອບພັນຕື້ໂດລາ ເຮັດໃຫ້ 40 ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກ

2023-10-18 10:18:19 CRI

     ວັນທີ 17 ຕຸລານີ້, ທ່ານນາງເໝົາໜີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ມື້ນີ້ແມ່ນວັນລຶບລ້າງຄວາມທຸກຍາກສາກົນ ພໍດີກົງກັບໄລຍະກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3ຈະໄຂຂຶ້ນ. ທ່ານໂຄສົກສາມາດແນະນຳຂໍ້ລິເລິ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຊ່ວຍປະກອບສ່ວນຕໍ່ການຫຼຸດຜ່ອນຄວາມທຸກຍາກໃນທົ່ວໂລກໄດ້ຄືແນວໃດແດ່?


 

    ທ່ານນາງເໝົາໜີງກ່າວວ່າ: ລຶບລ້າງຄວາມທຸກຍາກເປັນເປົ້າໝາຍສຳຄັນທີ່ສຸດຂອງວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ. ຂໍ້ລິເລິ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ສະເໜີອອກເປັນເວລາ 10 ປີມານີ້ ໄດ້ຖືເອົາການຫຼຸດຜ່ອນຄວາມທຸກຍາກເປັນທິດທາງສຳຄັນມາໂດຍຕະຫຼອດ, ສ້າງ “ເສັ້ນທາງແຫ່ງການຫຼຸດຜ່ອນຄວາມທຸກຍາກ” ໂດຍຜ່ານການຮ່ວມມືສາກົນ. ໄລຍະ 10 ປີຜ່ານມານີ້, ຂໍ້ລິເລິ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ດຶງດູດການລົງທຶນມູນຄ່າເກືອບພັນຕື້ໂດລາ, ເຮັດໃຫ້ 40 ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ຄຽງຄູ່ກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ, ຈະສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນປະເທດຕ່າງໆ ແລະ ສົ່ງກຳລັງຂັບເຄື່ອນແຮງໃໝ່ໃຫ້ພາລະກິດຫຼຸດຜ່ອນຄວາມທຸກຍາກຂອງໂລກ.