ກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ“ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ໄຂຂຶ້ນຢ່າງເປັນທາງການ

2023-10-18 11:36:57 CRI

    

    ວັນທີ 18 ຕຸລານີ້, ພິທີໄຂກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ.ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມພິທີໄຂກອງປະຊຸມ ແລະ ກ່າວຄຳປາໄສ.



     ທ່ານ ສີຈິ້ນຜິງ ກ່າວວ່າ: ການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຜ່ານຂັ້ນຕອນແຜນວາດອັນຍິ່ງໃຫຍ່ຈົນມາຮອດການປະຕິບັດໃຫ້ເປັນຮູບປະທຳ, ເຮັດໃຫ້ແຜນແມ່ບົດໄດ້ກາຍເປັນຮູບຕົວຈິງ, ພ້ອມດຽວກັນນີ້, ໂຄງການສັນຍາລັກ ກໍຄື ໂຄງການທີ່ລົງທຶນຫນ້ອຍແຕ່ໄດ້ຮັບປະສິດທິຜົນຫຼາຍແລະນໍາເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນ ຈໍານວນຫຼວງຫຼາຍໄດ້ຮັບການຈັດຕັ້ງປະຕິບັດນໍາອີກ.

 

     ທ່ານ ສີຈິ້ນຜິງ ກ່າວວ່າ: ໃນຮອບ 10 ປີຜ່ານມານີ້, ພວກເຮົາໄດ້ຍຶດໝັ້ນອຸດົມການແຕ່ຫົວທີ ແລະ ຈັບມືກັນພ້ອມກັນກ້າວໄປຂ້າງໜ້າ, ໂດຍໄດ້ຊຸກຍູ້ເຮັດໃຫ້ການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຈາກບໍ່ມີຕົນໂຕໄດ້ເປັນຮູບເປັນຮ່າງຂຶ້ນ ແລະ ໄດ້ຮັບການພັດທະນາຢ່າງແຂງແຮງ, ພ້ອມທັງໄດ້ຮັບຜົນງານອັນອຸດົມສົມບູນ. 


     ທ່ານສີຈິ້ນຜິງກ່າວວ່າ: ໃນ 10 ປີຜ່ານມານີ້, ພວກເຮົາໄດ້ພະຍາຍາມສ້າງເຄືອຂ່າຍທີ່ເຊື່ອມໂຍງເຊື່ອມຈອດກັນໃນທົ່ວໂລກ ທີ່ຖືແລວເສດຖະກິດເປັນການນຳພາ, ຖືຊ່ອງທາງໃຫຍ່ແລະຊ່ອງທາງຂໍ້ມູນຂ່າວສານທີ່ວ່ອງໄວເປັນໂຄງຮ່າງ, ຖືທາງລົດໄຟ, ທາງຫຼວງ, ສະໜາມບິນ, ທ່າກຳປັ່ນ ແລະ ລະບົບທໍ່ສົ່ງເປັນບ່ອນອີງ ແລະ ປົກຄຸມທາງບົກ, ທາງທະເລ, ທາງອາກາດ ແລະ ທາງອິນເຕີເນັດ ເຊິ່ງໄດ້ຊຸກຍູ້ການຈໍລະຈອນສິນຄ້າ, ການໝູນວຽນດ້ານເງິນທຶນ, ເຕັກນິກ ແລະ ບຸຄະລາກອນຂອງປະເທດຕ່າງໆຢ່າງມີປະສິດທິຜົນ, ຊຸກຍູ້ໃຫ້ເສັ້ນທາງສາຍໄໝບູຮານທີ່ມີປະຫວັດມາເປັນເວລາພັນປີຟື້ນຟູຄວາມມີຊີວິດຊີວາໃນຍຸກໃໝ່.


     ທ່ານສີຈິ້ນຜິງກ່າວວ່າ:  ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ແມ່ນເນັ້ນໜັກການຮ່ວມແຮງຮ່ວມໃຈກັນ ແບບຫຼາຍຄົນຫາຟືນສຸມໄຟຈະໄດ້ແປວໄຟທີ່ສູງຂຶ້ນ, ຊ່ວຍເຫຼືອເຊິ່ງກັນແລະກັນຈະສາມາດກ້າວໄປໄກໄດ້, ສົ່ງເສີມການເຮັດໃຫ້ຕົນເອງມີການພັດທະນາທີ່ດີ ທັງເຮັດໃຫ້ຜູ້ອື່ນມີການພັດທະນາທີ່ດີເຊັ່ນດຽວກັນ, ປະຕິບັດການເຊື່ອມໂຍງເຊື່ອມຈອດກັນ,ຕ່າງຝ່າຍຕ່າງມີຜົນປະໂຫຍດ,ສະແຫວງຫາການພັດທະນາຮ່ວມກັນ ແລະຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນ. ບໍ່ເຮັດການເປັນປໍລະປັກກັນດ້ານຮູບຖານຈິດສຳນຶກ, ບໍ່ຫຼິ້ນເກມດ້ານພູມສາດການເມືອງ, ບໍ່ຕໍ່ຕ້ານກັນທາງການເມືອງລະຫວ່າງຝ່າຍ, ຄັດຄ້ານການລົງໂທດພຽງລຳພັງແຕ່ຝ່າຍດຽວ, ຄັດຄ້ານການຂົ່ມຂູ່ດ້ານເສດຖະກິດ ແລະຍັງຄັດຄ້ານການຕັດສາຍພົວພັນກັນອີກດ້ວຍ. 


    ທ່ານສີຈິ້ນຜິງກ່າວຕື່ມວ່າ: ຢູ່ທີ່ນີ້, ຂ້າພະເຈົ້າຍິນດີປະກາດແຜນການດຳເນີນງານ 8 ລາຍການທີ່ຈີນສະໜັບສະໜູນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ ຄື:

 

1, ກໍ່ສ້າງເຄືອຂ່າຍເຊື່ອມໂຍງເຊື່ອມຈອດກັນສາມມິຕິ “ໜຶ່ງແລວໜຶ່ງເສັ້ນທາງ”

2, ສະໜັບສະໜູນສ້າງເສດຖະກິດໂລກແບບເປີດກວ້າງ

3, ດຳເນີນການຮ່ວມມືທີ່ຕິດແທດຕົວຈິງ

4, ຊຸກຍູ້ການພັດທະນາສີຂຽວ

5, ຊຸກຍູ້ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ

6, ສະໜັບສະໜູນການໄປມາຫາສູ່ກັນລະຫວ່າງປະຊາຊົນ

7, ກໍ່ສ້າງເສັ້ນທາງທີ່ປອດໄສຂາວສະອາດ

8, ບູລະນະກົນໄກການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”