ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານາທິບໍດີຣັດເຊຍ

2023-10-19 11:19:37 CRI


    ວັນທີ 18 ຕຸລານີ້,ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຈລະຈາກັບທ່ານວະລະດີເມຍ ປູຕິນ ປະທານາທິບໍດີຣັດເຊຍທີ່ມາຢ້ຽມຢາມປະເທດຈີນ ເພື່ອເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3.

 

    ທ່ານສີຈິ້ນຜິງຊີ້ອອກວ່າ: ຣັດເຊຍແມ່ນຄູ່ຮ່ວມສຳຄັນຂອງຈີນທີ່ດຳເນີນການຮ່ວມມືສາກົນເພື່ອຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ຈີນຍິນດີຮ່ວມກັບຣັດເຊຍ ແລະ ປະເທດຕ່າງໆຂອງສະຫະພັນເສດຖະກິດເອີຣົບ-ອາຊີ, ຊຸກຍູ້ໃຫ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊື່ອມຕໍ່ເຂົ້າກັບສະຫະພັນເສດຖະກິດເອີຣົບ-ອາຊີ, ດຳເນີນການຮ່ວມມືໃນພາກພື້ນທີ່ມີລະດັບສູງກວ່າເກົ່າ ແລະ ເລິກເຊິ່ງກວ່າເກົ່າ, ຫວັງວ່າໂຄງການທໍ່ສົ່ງອາຍແກັສທຳມະຊາດຈີນ-ມົງໂກລີ-ຣັດເຊຍຈະໄດ້ຮັບຄວາມຄືບໜ້າໂດຍໄວ, ດຳເນີນການຮ່ວມມືດ້ານທ່ອງທ່ຽວຂ້າມຊາດໃຫ້ດີ,ສ້າງແລວທາງເສດຖະກິດຈີນ-ມົງໂກລີ-ຣັດເຊຍເປັນເສັ້ນທາງແຫ່ງການພັດທະນາເຊື່ອມໂຍງເຊື່ອມຈອດທີ່ມີຄຸນນະພາບສູງສາຍໜຶ່ງ.

 

    ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຈີນສະໜັບສະໜູນປະຊາຊົນຣັດເຊຍເດີນຕາມເສັ້ນທາງຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດທີ່ເລືອກດ້ວຍຕົນເອງ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາແຫ່ງຊາດ.



    ທ່ານວະລະດີເມຍ ປູຕິນກ່າວວ່າ: ຂໍ້ລິເລິ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ທ່ານປະທານສີຈິ້ນຜິງໄດ້ສະເໜີອອກກ່ອນໜ້ານີ້10 ປີໄດ້ຮັບຜົນສຳເລັດອັນໃຫຍ່ຫຼວງ, ໄດ້ກາຍເປັນຜະລິດຕະພັນສາທາລະນະສາກົນອັນສຳຄັນທີ່ທົ່ວໂລກເຫັນດີເຫັນພ້ອມນຳ. ຂ້າພະເຈົ້າຕີລາຄາສູງຕໍ່ຄຳປາໄສຂອງທ່ານປະທານສີຈິ້ນຜິງໃນພິທີໄຂກອງປະຊຸມເວທີເປິກສາຫາລືໃນສຸດຍອດຄັ້ງນີ້, ຍ້ອງຍໍຊົມເຊີຍທ່ານສີຈິ້ນຜິງທີ່ເບິ່ງກວ້າງມອງໄກ, ເຊື່ອໝັ້ນວ່າ ແລະ ອວຍພອນໃຫ້ພາລະກິດອັນຍິ່ງໃຫຍ່ແຫ່ງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ຈະໄດ້ຮັບຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ.


     ປະມກລັດສອງປະເທດຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນຕໍ່ສະຖານະການປາແລັດສະຕິນ ກັບ ອິດສະຣາແອນກໍຄືບັນຫາອື່ນໆຢ່າງເລິກເຊິ່ງ.