ຈີນສະແດງຄວາມຕື່ນຕົກໃຈແລະກ່າວປະນາມຢ່າງຮຸນແຮງຕໍ່ເຫດການໂຮງໝໍເຂດກາຊາຖືກໂຈມຕີ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼາຍ

2023-10-19 11:09:55 CRI

  


    ວັນທີ 18 ຕຸລານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບໂຮງໝໍອານ-ອາເຮີລີອາຣັບຢູ່ເຂດກາຊາຖືກໂຈມຕີ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼາຍ.



     ມີນັກຂ່າວຖາມວ່າ: ຕາມຂ່າວແຈ້ງວ່າ, ຕອນຄ່ຳວັນທີ 17 ຕຸລານີ້, ໂຮງໝໍອານ-ອະາເຮີລີອາຣັບຢູ່ເຂດກາຊາຖືກໂຈມຕີ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 500 ຄົນ. ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?


 

    ໂຄສົກກະຊວງການຕ່າງປະເທດຈີນຕອບວ່າ:ຈີນສະແດງຄວາມຕື່ນຕົກໃຈແລະກ່າວປະນາມຢ່າງຮຸນແຮງຕໍ່ເຫດການໂຮງໝໍຢູ່ເຂດກາຊາຖືກໂຈມຕີ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼາຍ, ພວກຂ້າພະເຈົ້າສະແດງຄວາມໄວ້ອາໄລຕໍ່ຜູ້ເສຍຊີວິດໃນເຫດການຄັ້ງນີ້ ແລະ ສະແດງຄວາມເຫັນໃຈຕໍ່ຜູ້ບາດເຈັບ. ຈີນຮຽກຮ້ອງໃຫ້ຢຸດຍິງໃນທັນທີ, ສຸມຄວາມພະຍາຍາມຢ່າງສຸດຂີດເພື່ອປົກປ້ອງສາມັນຊົນ ຫຼີກເວັ້ນບໍ່ໃຫ້ເກີດໄພມະນຸດສະທຳ.