ກະຊວງການຄ້າຈີນເດັດດ່ຽວຄັດຄ້ານອາເມຣິກາເພີ່ມຄວາມເຂັ້ມງວດຕໍ່ການຈຳກັດການສົ່ງອອກແຜ່ນຊິບສູ່ຈີນຕື່ມອີກ

2023-10-19 11:43:51 cri



   ວັນທີ 18 ຕຸລານີ້,  ໂຄສົກກະຊວງການຄ້າຈີນໄດ້ຕອບຄຳຖາມນັກຂ່າວກ່ຽວກັບກໍລະນີທີ່ກະຊວງການຄ້າອາເມຣິກາເຜີຍແຜ່ກົດລະບຽບຂັ້ນສຸດທ້າຍວ່າດ້ວຍການຄວບຄຸມການສົ່ງອອກເຊມີຄອນດັກເຕີຕໍ່ຈີນ.

   ມີນັກຂ່າວຖາມວ່າ: ເມື່ອມໍ່ໆມານີ້, ກະຊວງການຄ້າອາເມຣິກາໄດ້ເຜີຍແຜ່ກົດລະບຽບຂັ້ນສຸດທ້າຍວ່າດ້ວຍການຄວບຄຸມການສົ່ງອອກເຊມີຄອນດັກເຕີຕໍ່ຈີນ. ຈີນມີຄວາມເຫັນຕໍ່ກັບເລື່ອງນີ້ຄືແນວໃດ?

   ໂຄສົກກະຊວງການຄ້າຈີນຕອບວ່າ: ຈີນໄດ້ສັງເກດເຫັນແລ້ວວ່າ: ອາເມຣິກາໄດ້ເຜີຍແຜ່ກົດລະບຽບຂັ້ນສຸດທ້າຍວ່າດ້ວຍການຄວບຄຸມການສົ່ງອອກເຊມີຄອນດັກເຕີຕໍ່ຈີນໃນວັນທີ17 ຕຸລານີ້, ເຊິ່ງກົດລະບຽບຂັ້ນສຸດທ້າຍສະບັບນີ້ແມ່ນຢູ່ບົນພື້ນຖານກົດລະບຽບຊົ່ວຄາວທີ່ອອກເມື່ອວັນທີ7ຕຸລາປີກາຍນີ້, ແຕ່ໄດ້ເພີ່ມຄວາມເຂັ້ມງວດຕື່ມອີກຕໍ່ການຈຳກັດການສົ່ງອອກແຜ່ນຊິບທີ່ກ່ຽວຂ້ອງກັບປັນຍາປະດິດແລະອຸປະກອນຜະລິດເຊມີຄອນດັກເຕີໄປສູ່ປະເທດຈີນ. ອາເມຣິກາໄດ້ເສີມຂະຫຍາຍນິຍາມຄວາມໝັ້ນຄົງແຫ່ງຊາດໃຫ້ກວ້າງອອກຢ່າງບໍ່ຢຸດຢັ້ງ, ນຳໃຊ້ມາດຕະການຄວບຄຸມການສົ່ງອອກທີ່ບໍ່ຖືກຕ້ອງຢ່າງແຜ່ຫຼາຍ, ດຳເນີນການຂົ່ມເຫັງແບບເຈົ້າອຳນາດພຽງລຳພັງແຕ່ຝ່າຍດຽວ. ຈີນບໍ່ພໍໃຈຢ່າງຮຸນແຮງແລະເດັດດ່ຽວຄັດຄ້ານຕໍ່ເລື່ອງນີ້.