ທ່ານນາງເຜີງລີ້ຢວນພ້ອມດ້ວຍພັນລະຍາຜູ້ນໍາຕ່າງປະເທດທີ່ເຂົ້າຮ່ວມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3ຢ້ຽມຊົມຫໍພິພິທະພັນຫັດຖະກຳແລະສິລະປະແຫ່ງຊາດຈີນ

2023-10-19 11:06:29 CRI

 

   ວັນທີ 18 ຕຸລານີ້, ທ່ານນາງ ເຜີງລີ້ຢວນ ພັນລະຍາປະທານປະເທດຈີນໄດ້ເຊື້ອເຊີນພັນລະຍາຜູ້ນໍາຕ່າງປະເທດທີ່ເຂົ້າຮ່ວມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ໄປຢ້ຽມຊົມຫໍພິພິທະພັນຫັດຖະກຳ ແລະ ສິລະປະແຫ່ງຊາດຈີນ.



   ໃນໂອກາດນີ້, ທ່ານນາງ ເຜີງລີ້ຢວນ ກ່າວວ່າ: ວັດທະນະທໍາເປັນຂົວຕໍ່ທາງດ້ານຈິດໃຈແຫ່ງການຮ່ວມມື ແລະ ຄວາມສາມັກຄີຂອງປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ວັດທະນະທໍາມີຄວາມຫຼາກຫຼາຍສີສັນຍ້ອນການແລກປ່ຽນກັນ, ພ້ອມດຽວກັນນີ້, ວັດທະນະທໍາມີຄວາມອຸດົມສົມບູນຍ້ອນການຖອດຖອນບົດຮຽນເຊິ່ງກັນແລະກັນ. ຂ້າພະເຈົ້າຄອງຄອຍພວກເຮົາຈະຮັດແໜ້ນການແລກປ່ຽນ ແລະ ເຊື່ອມໂຍງເຂົ້າກັນດ້ານວັດທະນະທຳຕື່ມອີກ, ສືບທອດໄມຕີຈິດມິດຕະພາບຕະຫຼອດໄປ ເພື່ອບັນລຸການພັດທະນາຮ່ວມກັນ.