GDP ຂອງຈີນໃນ 3 ໄຕມາດປີນີ້ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022

2023-10-19 11:10:45 cri


ວັນທີ 18 ຕຸລານີ້, ອົງການສະຖິຕິແຫ່ງຊາດຈີນໄດ້ເຜີຍແຜ່ສະພາບການເຄື່ອນໄຫວດ້ານເສດຖະກິດແຫ່ງຊາດໃນ 3 ໄຕມາດຂອງປີ 2023. ຕາມການໄລ່ລຽງໃນເບື້ອງຕົ້ນ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໃນ 3 ໄຕມາດປີນີ້ບັນລຸເຖິງ 91.302,7 ຕື້ຢວນ, ເມື່ອຄິດໄລ່ຕາມລາຄາທີ່ບໍ່ປ່ຽນແປງ, ໄດ້ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

ເມື່ອເບິ່ງເປັນແຕ່ລະໄຕມາດແລ້ວ, GDP ຂອງຈີນໃນໄຕມາດທີໜຶ່ງເພີ່ມຂຶ້ນ 4,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄຕມາດທີສອງເພີ່ມຂຶ້ນ 6,3% ແລະ ໄຕມາດທີສາມເພີ່ມຂຶ້ນ 4,9%.