“ຂໍ້ລິເລີ່ມຂອບການຮ່ວມມືດ້ານເສດຖະກິດການຄ້າສາກົນກ່ຽວກັບເສດຖະກິດດີຈີຕອນແລະການພັດທະນາຕາມທິດສີຂຽວ” ໄດ້ປະກາດຢູ່ນະຄອນຫຼວງປັກກິ່ງ

2023-10-19 14:44:19 cri


ວັນທີ 18 ຕຸລານີ້, ໃນໄລຍະຈັດກອງປະຊຸມເວທີເປິກສາຫາລືຫົວຂໍ້ສະເພາະກ່ຽວກັບຄວາມສະດວກດ້ານການຄ້າຂອງກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3, ຈີນກັບ 35 ປະເທດໄດ້ຮ່ວມກັນປະກາດ “ຂໍ້ລິເລີ່ມຂອບການຮ່ວມມືດ້ານເສດຖະກິດການຄ້າສາກົນກ່ຽວກັບເສດຖະກິດດີຈີຕອນແລະການພັດທະນາຕາມທິດສີຂຽວ”. ພ້ອມກັນນັ້ນ, ຂອບການຮ່ວມມືດັ່ງກ່າວໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າຈາກສະພາການຄ້າແລະການພັດທະນາອົງການ ສປຊ, ອົງການພັດທະນາອຸດສາຫະກຳອົງການ ສປຊ, ສູນການຄ້າສາກົນ ແລະ ອົງການຈັດຕັ້ງສາກົນອື່ນໆ.

ນອກນີ້, ຜູ້ເຂົ້າຮ່ວມກອງປະຊຸມເຫັນວ່າ: ການຫັນປ່ຽນຮູບແບບເປັນເສດຖະກິດດີຈີຕອນແລະພັດທະນາຕາມທິດສີຂຽວ ແມ່ນ 2 ທ່າອ່ຽງຫຼັກຂອງການຫັນປ່ຽນຮູບແບບດ້ານເສດຖະກິດ-ສັງຄົມໃນທົ່ວໂລກ, ທັງແມ່ນເຮືອງຂັບເຄື່ອນທີ່ສຳຄັນໃນການຊຸກຍູ້ການເຕີບໂຕຂອງເສດຖະກິດ, ການພັດທະນາແບບດີຈີຕອນແລະສີຂຽວຢ່າງກົມກຽວ ຈະມີຜົນດີຕໍ່ການບັນລຸການພັດທະນາແບບຍືນຍົງຂອງເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ.