ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງເວທີເປິກສາຫາລືການຄ້າພະລັງງານຈີນ-ຣັດເຊຍຄັ້ງທີ 5

2023-10-19 11:09:32 CRI

   ວັນທີ 19 ຕຸລານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງເວທີເປິກສາຫາລືການຄ້າພະລັງງານຈີນ-ຣັດເຊຍຄັ້ງທີ 5.


   ເນື້ອໃນສານຊົມເຊີຍຂອງທ່ານ ສີຈິ້ນຜິງ ລະບຸວ່າ: ຜ່ານຄວາມພະຍາຍາມຮ່ວມກັນຂອງຈີນ-ຣັດເຊຍມາເປັນເວລາຫຼາຍປີ, ການຮ່ວມມືດ້ານພະລັງງານລະຫວ່າງສອງປະເທດໄດ້ຈໍ່ຕົວເປັນສະພາບການຮ່ວມມືຢ່າງຮອບດ້ານ, ມີຂົງເຂດກວ້າງຂວາງ, ມີລະດັບສູງ ແລະ ເລິກເຊິງ, ເຊິ່ງເປັນຕົວແບບແຫ່ງການຮ່ວມມືທີ່ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຕິດແທດຕົວຈິງລະຫວ່າງຈີນ-ຣັດເຊຍ, ໂດຍໄດ້ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ການພັດທະນາແບບຍືນຍົງຂອງສອງປະເທດກໍຄືທົ່ວໂລກນໍາອີກ. ເມື່ອມຸ່ງໜ້າໄປສູ່ອະນາຄົດ, ຝ່າຍຈີນຍິນດີສຸມຄວາມພະຍາຍາມຮ່ວມກັບຣັດເຊຍ, ສ້າງສາຍພົວພັນຄູ່ຮ່ວມມືດ້ານພະລັງງານໃນລະດັບສູງ, ເພື່ອເພີ່ມທະວີຄວາມໜຽວແໜ້ນຂອງຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງດ້ານພະລັງານໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ.