ງານຕະຫຼາດນັດການຄ້າຊາຍແດນທີ່ຈັດຂຶ້ນຢູ່ເມືອງເຖິງຊົ່ງແຂວງຢຸນນານຈີນມີ 20 ກວ່າປະເທດແລະເຂດແຄ້ວນເຂົ້າຮ່ວມ

2023-10-19 11:09:22 cri


ວັນທີ 18 ຕຸລານີ້, ງານຕະຫຼາດນັດການຄ້າຊາຍແດນຄັ້ງທີ 8 ປະຈຳປີ 2023 ທີ່ຈັດຂຶ້ນຢູ່ເມືອງເຖິງຊົ່ງແຂວງຢຸນນານ ສປ ຈີນ ໄດ້ໄຂຂຶ້ນ, ມີເກືອບ 20 ປະເທດແລະເຂດແຄ້ວນ ເປັນຕົ້ນລາວ, ມຽນມາ, ອິນເດຍ, ຫວຽດນາມ ແລະ ໄທ ພ້ອມດ້ວຍສະມາຊິກສະຫະພັນປະຊຸມວາງສະແດງຢຸນນານແຫ່ງການຮ່ວມມືແມ່ລ້ານຊ້າງ-ແມ່ນ້ຳຂອງເຂົ້າຮ່ວມ.

ເມືອງເຖິງຊົ່ງຢຸນນານຕິດກັບປະເທດມຽນມາ. ໃນຊຸມປີມໍ່ໆມານີ້, ເມືອງເຖິງຊົ່ງໄດ້ເສີມຂະຫຍາຍທ່າແຮງເມືອງຊາຍແດນຢ່າງເຕັມສ່ວນ, ສຸມກຳລັງຊຸກຍູ້ເສດຖະກິດແບບອາໄສການຄົມມະນາຄົມຍົກລະດັບເປັນເສດຖະກິດດ່ານຊາຍແດນ, ໄດ້ພັດທະນາການຄ້າຂ້າມຊາດຢ່າງເປັນລະບຽບ. ອີງຕາມຕົວເລກສະຖິຕິ, ໃນໄລຍະເດືອນມັງກອນຫາເດືອນກັນຍາປີນີ້, ຍອດມູນຄ່າຂາເຂົ້າຂາອອກບັນລຸເຖິງ 8 ຕື້ 363 ລ້ານຢວນ, ເພີ່ມຂຶ້ນ 168,08% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

ຕາມຂ່າວແຈ້ງວ່າ: ໃນໄລຍະຈັດງານຕະຫຼາດນັດດັ່ງກ່າວ ຍັງຈະຈັດກອງປະຊຸມສຳມະນາການຮ່ວມມືດ້ານເສດຖະກິດການຄ້າເມືອງເຖິງຊົ່ງນະຄອນປາວຊ່ານຢຸນນານ-ມຽນມາຕື່ມອີກ.