ທ່ານ ສີຈິ້ນຜິງ ຕ້ອນຮັບເລຂາທິການໃຫຍ່ ສປຊ

2023-10-19 11:03:45 CRI

 

    ວັນທີ 18 ຕຸລານີ້ຢູ່ຫໍສະພາປະຊາຊົນແຫ່ງຊາດ ນະຄອນຫຼວງປັກກິ່ງ ສປ ຈີນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທີ່ເດີນທາງມາ ເຂົ້າຮ່ວມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3.


    ໃນໂອກາດນີ້, ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ປັດຈຸບັນນີ້, ໂລກໄດ້ປະເຊີນໜ້າກັບໄພຂົ່ມຂູ່ ແລະ ສິ່ງທ້າທາຍທີ່ມີລັກສະນະທົ່ວໂລກຢ່າງຫຼວງຫຼາຍ, ເຊິ່ງປະຊາຄົມໂລກຕ້ອງສາມັກຄີຮ່ວມມືກັນ ແລະ ໃຫ້ຄວາມສໍາຄັນເປັນຢ່າງສູງຕໍ່ບັນຫາການພັດທະນາໃຫ້ຫຼາຍກວ່າເກົ່າຕື່ມອີກ. ຂ້າພະເຈົ້າໄດ້ສະເໜີສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ ແມ່ນເພື່ອຄົ້ນຫາຊ່ອງທາງທີ່ຖືກຕ້ອງທີ່ສາມາດຮ່ວມກັນຮັບມືກັບສິ່ງທ້າທາຍຕ່າງໆທີ່ມີລັກສະນະທົ່ວໂລກ; ນອກນັ້ນ, ຂ້າພະເຈົ້າຍັງໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກໍຄືຂໍ້ລິເລີ່ມການພັດທະນາທົ່ວໂລກ ເພື່ອເຕົ້າໂຮມພະລັງແຮງທາງບວກໃຫ້ຫຼາຍກວ່າເກົ່າ, ຊຸກຍູ້ການພັດທະນາຮ່ວມກັນຂອງປະເທດຕ່າງໆເພື່ອປະກອບສ່ວນເຂົ້າໃນວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ.


    ທ່ານ ກູເຕີເຣັສ ຢືນຢັນວ່າ: ອົງການສະຫະປະຊາດສະແດງຄວາມຊົມເຊີຍໃນລະດັບສູງຕໍ່ຈີນທີ່ໄດ້ເດັດດ່ຽວປົກປັກຮັກສາລັດທິຫຼາຍຝ່າຍ, ພ້ອມທັງສະໜັບສະໜູນ 3 ຂໍ້ລິເລີ່ມທົ່ວໂລກທີ່ທ່ານປະທານ ສີຈິ້ນຜິງ ສະເໜີອອກມາ ແລະ ເດັດດ່ຽວສຸມໃສ່ລົງເລິກການຮ່ວມມືກັບຈີນ.