ຈີນສະແດງຄວາມຜິດຫວັງຕໍ່ອາເມຣິກາຂັດຂວາງການຮັບຮອງຮ່າງມະຕິກ່ຽວກັບບັນຫາປາແລັດສະຕິນຂອງສະພາຄວາມໝັ້ງຄົງອົງການສປຊ

2023-10-20 14:16:14 CRI

 

   ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວເມື່ອວັນທີ 19 ຕຸລານີ້. ໃນໂອກາດນີ້, ມີນັກຂ່າວຖາມວ່າ: ວັນທີ 18 ຕຸລານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ລົງຄະແນນສຽງຕໍ່ຮ່າງມະຕິກ່ຽວກັບບັນຫາປາແລັດສະຕິນທີ່ສະເໜີໂດຍປະເທດເບຣຊິນ ເຊິ່ງໄດ້ຮັບສຽງເຫັນດີຈາກ 12 ປະເທດລວມທັງຈີນ, ແຕ່ຊໍ້າພັດບໍ່ໄດ້ຮັບການອະນຸມັດຮັບຮອງຍ້ອນອາເມຣິການໍາໃຊ້ສິດຄັດຄ້ານ. ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?



   ທ່ານນາງ ເໝົາໜິງ ຢືນຢັນວ່າ: ໃນຫຼາຍມື້ຜ່ານມານີ້, ສະພາຄວາມໝັ້ນຄົງ ອົງການ ສປຊ ໄດ້ເປິກສາຫາລືຢ່າງເລິກເຊິ່ງໂດຍປິ່ນອ້ອມຮ່າງມະຕິກ່ຽວກັບບັນຫາປາແລັດສະຕິນ ແລະ ໄດ້ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນຢ່າງບໍ່ຢຸດຢັ້ງ ເຊິ່ງປະເທດສ່ວນຫຼາຍໂດຍສະເພາະແມ່ນປະເທດອາຣັບລ້ວນແຕ່ສະໜັບສະໜູນສະພາຄວາມໝັ້ນຄົງອົງການ ສປຊ ນໍາໃຊ້ການເຄື່ອນໄຫວໂດຍໄວ. ສະນັ້ນ, ຝ່າຍຈີນສະແດງຄວາມຜິດຫວັງຕໍ່ອາເມຣິກາທີ່ຂັດຂວາງການຮັບຮອງຮ່າງມະຕິກ່ຽວກັບບັນຫາປາແລັດສະຕິນຂອງສະພາຄວາມໝັ້ງຄົງອົງການ ສປຊ.