4 ບ້ານຂອງຈີນຖືກຈັດເຂົ້າໃນບັນຊີລາຍຊື່ “ບ້ານທ່ອງທ່ຽວດີເດັ່ນ” ຂອງອົງການ UNWTO

2023-10-20 14:12:38 CRI

 

   ວັນທີ 19 ຕຸລານີ້, ກອງປະຊຸມຄົບຄະນະອົງການທ່ອງທ່ຽວໂລກແຫ່ງສະຫະປະຊາຊາດ ຫຼື UNWTO ສະໄໝທີ 25 ໄດ້ຈັດກອງປະຊຸມຖະແຫຼງຂ່າວຢູ່ນະຄອນຊາມາການ ຂອງອຸສເບກິດສະຖານ ໂດຍໄດ້ເປີດເຜີຍລາຍຊື່ “ບ້ານທ່ອງທ່ຽວດີເດັ່ນ” ປະຈໍາປີ 2023 ຂອງອົງການ UNWTO, ໃນນັ້ນ, ມີ 4 ບ້ານຂອງຈີນຖືກຈັດເຂົ້າໃນບັນຊີລາຍຊື່ດັ່ງກ່າວ ເຊັ່ນ: ບ້ານຫວງຫຼິງ ແຂວງຈ່ຽງຊີ, ບ້ານເຊ້ຍຈ່ຽງ ແຂວງເຈີ້ຈ່ຽງ, ບ້ານຈາການາ ແຂວງກ່ານຊູ້ ແລະ ບ້ານຈູ່ເຈ່ຍວານ ແຂວງສ້ານຊີ່. ປີນີ້ແມ່ນມີ 63 ປະເທດຍື່ນໜັງສືສະເໜີຈໍານວນ 258 ສະບັບເພື່ອຂໍເຂົ້າເປັນ “ບ້ານທ່ອງທ່ຽວດີເດັ່ນ” ແລະ ມີ 54 ບ້ານຈາກ 32 ປະເທດຖືກຈັດເຂົ້າໃນບັນຊີລາຍຊື່ດັ່ງກ່າວ.



   ນັບມາຮອດປັດຈຸບັນນີ້, ຈີນມີ 8 ບ້ານຖືກຈັດເຂົ້າໃນບັນຊີລາຍຊື່ດັ່ງກ່າວ, ຫຼາຍເປັນອັນດັບໜຶ່ງຂອງໂລກ.