ຈີນຄັດຄ້ານຢ່າງເດັດດ່ຽວຕໍ່ການລົງໂທດແຕ່ຝ່າຍດຽວທີ່ຜິດກົດໝາຍຂອງອາເມຣິກາ

2023-10-20 12:11:07 cri


   ວັນທີ 19 ຕຸລານີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ວັນທີ 18 ຕຸລານີ້, ກະຊວງການເງິນອາເມຣິກາປະກາດຈະລົງໂທດ11ຄົນ,ບໍລິສັດ 8 ແຫ່ງ ແລະກຳປັ່ນລຳໜຶ່ງທີ່ຖືກກ່າວຟ້ອງວ່າໄດ້ເຂົ້າຮ່ວມການຜະລິດລູກສອນໄຟນຳວິຖີແລະຍົນບໍ່ມີຄົນຂັບຂອງອີຣານ ເຊິ່ງລວມທັງບໍລິສັດແລະບຸກຄົນທີ່ຢູ່ແຜ່ນດິນໃຫຍ່ຈີນແລະເຂດຮົງກົງຈີນ,ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

    

   ທ່ານນາງເໝົາໜິງຕອບວ່າ: ພວກເຮົາຄັດຄ້ານອາເມຣິກາທີ່ໃຊ້ການລົງໂທດພຽງລຳພັງແຕ່ຝ່າຍດຽວທີ່ຜິດກົດໝາຍນັ້ນຢ່າງເດັດດ່ຽວມາໂດຍຕະຫຼອດ,ພວກເຮົາຈະເດັດດ່ຽວປົກປ້ອງສິດແລະຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງວິສາຫະກິດແລະປະຊາຊົນຈີນ.