ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີມົງໂກລີ

2023-10-20 16:28:44 CRI

    ວັນທີ 19 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະທ່ານອູຄານາກິອິນ ຄູເຣວຊູ ປະທານາທິບໍດີມົງໂກລີທີ່ມາຢ້ຽມຢາມຈີນ ເພື່ອເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງ

ແລວໜຶ່ງເສັ້ນທາງ” ຄັ້ງທີ 3 ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ.



    ທ່ານສີຈິ້ນຜິງຊີ້ອອກວ່າ: ເດືອນພະຈິກປີກາຍນີ້, ທ່ານມາຢ້ຽມຢາມຈີນທາງລັດຖະກິດຢ່າງສຳເລັດຜົນ. ໃນຖານະທີ່ເປັນພີ່ນ້ອງທີ່ດີ, ເພື່ອນບ້ານໃກ້ຄຽງທີ່ດີ ແລະເພື່ອນມິດທີ່ດີ, ຈີນ ກັບ ມົງໂກລີຄວນສືບຕໍ່ເກາະແຂນກັນກ້າວໄປຂ້າງໜ້າ, ສ້າງພື້ນຖານຄູ່ຮ່ວມຊາຕາກຳຂອງສອງປະເທດໃຫ້ໝັ້ນຄົງຢູ່ໃນໂລກທີ່ມີຄວາມສັບສົນ ແລະ ຜັນແປຢູ່ເລື້ອຍໆນີ້, ຊຸກຍູ້ໃຫ້ສາສຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນ ກັບມົງໂກລີບັນລຸການຂະຫຍາຍຕົວຫຼາຍກວ່າເກົ່າໃນຍຸກໃໝ່ ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດໃຫ້ດີກວ່າເກົ່າ.