ຈີນຢືນຢູ່ຂ້າງສັນຕິພາບ, ຍຸຕິທໍາ ແລະ ຄວາມເປັນທໍາມາໂດຍຕະຫຼອດ

2023-10-21 12:11:58 CRI

 

   ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄໍາຖາມນັກຂ່າວກ່ຽວກັບການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນ ໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 20 ຕຸລານີ້.


   ໃນໂອກາດນີ້, ທ່ານນາງ ເໝົາໜິງ ຢືນຢັນວ່າ: ຕໍ່ກັບການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນໃນປັດຈຸບັນນີ້, ຝ່າຍຈີນໄດ້ຢືນຢູ່ຂ້າງສັນຕິພາບ, ຍຸຕິທໍາ ແລະ ຄວາມເປັນທໍາມາໂດຍຕະຫຼອດ. ພວກຂ້າພະເຈົ້າຄັດຄ້ານທຸກການໂຈມຕີແບບກໍ່ການຮ້າຍທີ່ແນໃສ່ປະຊາຊົນ ແລະ ສິ່ງກໍ່ສ້າງພົນລະເຮືອນ, ພ້ອມທັງກ່າວປະນາມທຸກການເຄື່ອນໄຫວທີ່ລະເມີດກົດໝາຍສາກົນນໍາອີກ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ຝ່າຍຕ່າງໆຈົ່ງຢຸດຍິງໃນທັນທີ ແລະ ປົກປ້ອງປະຊາຊົນ ເພື່ອຫຼີກເວັ້ນບໍ່ໃຫ້ເກີດໄພມະນຸດສະທຳ.


   ທ່ານນາງ ເໝົາໜິງ ກ່າວເນັ້ນໜັກວ່າ: ຝ່າຍຈີນມີຄວາມເຫັນຢ່າງສະເໝີຕົ້ນສະເໝີປາຍວ່າ, ເມື່ອປະເທດໃຫຍ່ແກ້ໄຂບັນຫາຈຸດສຸມໃນພາກພື້ນ ແລະ ສາກົນ, ຄວນຍຶດໝັ້ນຄວາມຍຸຕິທໍາ ແລະ ພາວະວິໄສ, ຄວນນໍາໜ້າເຄົາລົບ ແລະ ປະຕິບັດຕາມກົດໝາຍສາກົນກ່ອນໝູ່ ເພື່ອເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເຂົ້າໃນການແກ້ໄຂບັນຫາດ້ວຍວິທີທາງການເມືອງ. ພວກຂ້າພະເຈົ້າຈະສືບຕໍ່ສຸມຄວາມພະຍາຍາມຮ່ວມກັບປະຊາຄົມໂລກເພື່ອຊຸກຍູ້ໃຫ້ສະພາບການຜ່ອນຄາຍລົງ.