ອາເມຣິກາເຜີຍແຜ່ຖ້ອຍຄວາມ "ໄພຂົ່ມຂູ່ຈາກຈີນ" ເປັນພຽງແຕ່ການຊອກຫາຂໍ້ອ້າງເພື່ອຮັກສາການເປັນເຈົ້າອຳນາດດ້ານການທະຫານຂອງຕົນເອງເທົ່ານັ້ນ

2023-10-21 12:09:49 CRI

 

   ວັນທີ 20 ຕຸລານີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄໍາຖາມນັກຂ່າວກ່ຽວກັບກະຊວງປ້ອງກັນປະເທດອາເມຣິກາເຜີຍແຜ່ “ບົດລາຍງານກໍາລັງການທະຫານຈີນປະຈໍາປີ 2023”.


   ໃນໂອກາດນີ້, ທ່ານນາງ ເໝົາໜິງ ຢືນຢັນວ່າ: ບົດລາຍງານສະບັບດັ່ງກ່າວຂອງອາເມຣິກາແມ່ນຄ້າຍຄືກັບບົດລາຍງານໃນເມື່ອກ່ອນ ເຊິ່ງລ້ວນແລ້ວແຕ່ບໍ່ເອົາຫົວຊານຳຄວາມຈິງ, ເຕັມໄປດ້ວຍອະຄະຕິ ພ້ອມທັງໄດ້ເຜີຍແຜ່ຖ້ອຍຄວາມ "ໄພຂົ່ມຂູ່ຈາກຈີນ", ຈຸດປະສົງເປັນພຽງແຕ່ການຊອກຫາຂໍ້ອ້າງເພື່ອຮັກສາການເປັນເຈົ້າອຳນາດດ້ານການທະຫານຂອງຕົນເອງເທົ່ານັ້ນ. ຈີນເດັດດ່ຽວຄັດຄ້ານຕໍ່ກັບເລື່ອງນີ້. ຈີນຍຶດໝັ້ນຍຸດທະສາດນິວເຄລຍແບບປ້ອງກັນຕົນເອງ, ພວກຂ້າພະເຈົ້າຍຶດໝັ້ນຮັກສາກໍາລັງນິວເຄລຍໃຫ້ຢູ່ໃນລະດັບຕໍ່າສຸດສໍາລັບຄວາມຕ້ອງການດ້ານຄວາມໝັ້ນຄົງແຫ່ງຊາດມາໂດຍຕະຫຼອດ ແລະ ບໍ່ມີເຈຕະນາແຂ່ງຂັນກໍາລັງຮົບດ້ານອາວຸດນິວເຄລຍກັບປະເທດໃດໆນໍາອີກ. 


    ອີກດ້ານໜຶ່ງ, ອາເມຣິກາແມ່ນປະເທດທີ່ມີສາງອາວຸດນິວເຄລຍທີ່ທັນສະໄໝ ແລະ ໃຫຍ່ກວ່າໝູ່ຢູ່ໃນໂລກ, ຍຶດໝັ້ນການນໍາໃຊ້ອາວຸດນິວເຄລຍກ່ອນໝູ່ ໂດຍໄດ້ລົງທຶນອັນມະຫາສານເຂົ້າໃນການຍົກລະດັບກຳລັງນິວເຄລຍຢ່າງຕໍ່ເນື່ອງ, ພ້ອມທັງໄດ້ຊຸກຍູ້ການຈັດວາງກໍາລັງຍຸດທະສາດຢູ່ປ້ອມດ່ານໜ້າ ແລະ ເພີ່ມທະວີ “ການຂະຫຍາຍກໍາລັງນາບຂູ່” ຢູ່ປະເທດພັນທະມິດຂອງຕົນ. ນະໂຍບາຍ ແລະ ການເຄື່ອນໄຫວເຫຼົ່ານີ້ແມ່ນໄດ້ເຮັດໃຫ້ການແຂ່ງຂັນກໍາລັງຮົບນິວເຄລຍ ກໍຄື ຄວາມສ່ຽງທີ່ອາດຈະເກີດການປະທະກັນດ້ານນິວເຄລຍມີຄວາມຮຸນແຮງຂຶ້ນ ເຊິ່ງມີແຕ່ຈະເຮັດໃຫ້ສະພາບແວດລ້ອມຄວາມໝັ້ນຄົງດ້ານຍຸດທະສາດສາກົນຮ້າຍແຮງຂຶ້ນຕື່ມເທົ່ານັ້ນ. 


    ແນວໃດກໍຕາມ, ພວກຂ້າພະເຈົ້າຮຽກຮ້ອງໃຫ້ອາເມຣິກາຈົ່ງປ່ອຍປະແນວຄິດສົງຄາມເຢັນ ກໍຄື ຕັກກະເປັນເຈົ້າອໍານາດ, ຈົ່ງມີສະຕິໃນການປະຕິບັດຕໍ່ເຈຕະນາລົມທາງຍຸດທະສາດ ກໍຄືການສ້າງສາດ້ານການປ້ອງກັນປະເທດຂອງຈີນຢ່າງພາວະວິໄສ, ຍຸດຕິການເຜີຍແຜ່ບົດລາຍງານແບບໄຮ້ຄວາມຮັບຜິດຊອບຊໍ້າແລ້ວຊໍ້າອີກ ແລະ ນໍາໃຊ້ການເຄື່ອນໄຫວຕົວຈິງເພື່ອປົກປັກຮັກສາສະຖຽນລະພາບຂອງສາຍພົວພັນລະຫວ່າງສອງປະເທດກໍຄືສອງກອງທັບ.