ຈີນເລັ່ງລັດຊຸກຍູ້ອຸດສາຫະກຳປັນຍາປະດິດເພື່ອພັດທະນາເສດຖະກິດຮູບປະທຳໃຫ້ດີກວ່າເກົ່າ

2023-10-21 14:04:41 CRI


ວັນທີ 20 ຕຸລານີ້, ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແນະນຳສະພາບການພັດທະນາອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານໃນ 3 ໄຕມາດປີ 2023.


ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນໃຫ້ຮູ້ວ່າ, ໂດຍຄຽງຄູ່ກັບການພັດທະນາຢ່າງວ່ອງໄວຂອງເຕັກໂນໂລຊີປັນຍາປະດິດຮຸ່ນໃໝ່, ຈີນພວມເລັ່ງລັດຊຸກຍູ້ການພັດທະນາແບບປະດິດສ້າງໃໝ່ຂອງອຸດສາຫະກຳປັນຍາປະດິດຮຸ່ນໃໝ່, ເພື່ອພັດທະນາເສດຖະກິດຮູບປະທຳໃຫ້ດີກວ່າເກົ່າ.


ໃນຊຸມປີຜ່ານມາ, ອຸດສາຫະກຳແກນກາງຂອງປັນຍາປະດິດຈີນໄດ້ມີຂະໜາດເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ,  ວິສາຫະກິດທີ່ກ່ຽວຂ້ອງມີຈຳນວນຫຼາຍກວ່າ 4400 ແຫ່ງ, ຜົນງານການປະດິດສ້າງໃໝ່ຕ່າງໆ, ເຊັ່ນ: ແຜ່ນຊິບອັດສະລິຍະ, ຂອບການບຸກເບີກ, ເບົ້າແບບໃຫຍ່ທົ່ວໄປ ແລະ ອື່ນໆໄດ້ກຳເນີດເກີດຂຶ້ນຢ່າງບໍ່ຢຸດຢັ້ງ.


ໃນບາດກ້າວຕໍ່ໄປ, ຈີນຈະປັບປຸງພື້ນຖານເຕັກໂນໂລຊີປັນຍາປະດິດໃຫ້ໜັກແໜ້ນ, ອອກແຮງຊຸກຍູ້ຄວາມຄືບໜ້າທີ່ມີລັກສະນະບຸກທະລຸຂອງເຕັກໂນໂລຊີທີ່ມີລັກສະນະພື້ນຖານ ແລະ ປະດິດສ້າງໃໝ່, ຍົກລະດັບກຳລັງຄິດໄລ່ຂອງແຜ່ນຊິບອັດສະລິຍະ, ຂຸດຄົ້ນຄຸນຄ່າຂອງຂໍ້ມູນຂ່າວສານ, ເພີ່ມທະວີການຄົ້ນຄວ້າບຸກເບີກເຕັກໂນໂລຊີ.