ອົງການຮ່ວມມືຊຽງໄຮຈະສະໜອງແຮງຊຸກຍູ້ຫຼາຍກວ່າເກົ່າໃຫ້ແກ່ຄວາມໝັ້ນຄົງ, ສະຖຽນລະພາບແລະການພັດທະນາຂອງປະເທດຢູ່ໃນພາກພື້ນ

2023-10-21 12:15:57 CRI

 

   ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວເມື່ອວັນທີ 20 ຕຸລານີ້. ໃນໂອກາດນີ້, ມີນັກຂ່າວຖາມວ່າ: ທ່ານນາງໄດ້ແຈ້ງຂ່າວກ່ຽວກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນຈະເຂົ້າຮ່ວມກອງປະຊຸມຄັ້ງທີ 22 ຂອງສະພາມົນຕີປະມຸກລັດຂອງປະເທດສະມາຊິກອົງການຮ່ວມມືຊຽງໄຮ. ຈີນມີຄວາມຄາດຫວັງຄືແນວໃດຕໍ່ກອງປະຊຸມຄັ້ງນີ້?


   ທ່ານນາງ ເໝົາໜິງ ຢືນຢັນວ່າ: ນັບແຕ່ສ້າງຕັ້ງອົງການຮ່ວມມືຊຽງໄຮເປັນຕົ້ນມາ, ອົງການດັ່ງກ່າວໄດ້ຖືເອົາ “ຈິດໃຈຊຽງໄຮ” ເປັນບ່ອນອີງມາໂດຍຕະຫຼອດ ໂດຍໄດ້ເພີ່ມທະວີຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງບັນດາປະເທດສະມາຊິກຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ສືບຕໍ່ລົງເລິກການຮ່ວມມືໃນຂົງເຂດຕ່າງໆ ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງແຜ່ນດິນໃຫຍ່ອາຊີ-ເອີຣົບ ກໍຄືຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດຢູ່ໃນພາກພື້ນນໍາອີກ. 


    ປັດຈຸບັນນີ້, ສະພາບການປ່ຽນແປງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີພວມເລັ່ງຜັນແປໄປ, ສະພາບການສາກົນ ແລະ ພາກພື້ນມີຄວາມສັບສົນປັ່ນປ່ວນ ເຊິ່ງປະເທດຢູ່ໃນພາກພື້ນຄອງຄອຍອົງການຮ່ວມມືຊຽງໄຮຈະປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການປົກປັກຮັກສາຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຂອງປະເທດຕ່າງໆ. ເດືອນກໍລະກົດປີນີ້, ໃນເມື່ອເວລາຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ, ທ່ານ ສີຈິ້ນຜິງ ປະທານປະເທດຈີນພ້ອມດ້ວຍຜູ້ນໍາຂອງປະເທດສະມາຊິກໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນ ແລະ ສໍາຄັນໃນການຍຶດໝັັ້ນລັດທິຫຼາຍຝ່າຍ, ປົກປັກຮັກສາຄວາມຍຸຕິທໍາ, ຄວາມເປັນທໍາສາກົນກໍຄືການສ້າງປະຊາຄົມຮ່ວມຊາຕາກໍາອົງການຮ່ວມມືຊຽງໄຮທີ່ແໜ້ນແຟ້ນກວ່າເກົ່າ, ສິ່ງນີ້ໄດ້ຊີ້ທິດເຍືອງທາງໃຫ້ແກ່ການພັດທະນາຂອງອົງການຮ່ວມມືຊຽງໄຮພາຍໃຕ້ສະພາບການໃໝ່.