ລະບົບການທະນາຄານຈີນຈະສືບຕໍ່ຍົກສູງຄວາມສາມາດດ້ານການບໍລິການໃຫ້ແກ່ເສດຖະກິດຮູບປະທຳ

2023-10-22 15:03:05 CRI

 

ວັນທີ 21 ຕຸລານີ້, ຄະນະລັດຖະບານຈີນໄດ້ສະເໜີບົດລາຍງານກ່ຽວກັບສະພາບການເຄື່ອນໄຫວດ້ານການທະນາຄານຕໍ່ກອງປະຊຸມຄັ້ງທີ 6 ຂອງຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ຄົ້ນຄວ້າພິຈາລະນາ. ບົດລາຍງານສະແດງໃຫ້ເຫັນວ່າ, ໃນບາດກ້າວຕໍ່ໄປນີ້, ລະບົບການທະນາຄານຈະສືບຕໍ່ຍົກສູງຄວາມສາມາດດ້ານການບໍລິການໃຫ້ແກ່ເສດຖະກິດຮູບປະທຳ.

 

ບົດລາຍງານສະແດງໃຫ້ເຫັນຕື່ມວ່າ: ນັບແຕ່ໄຕມາດທີ 4 ຂອງປີ 2022 ເປັນຕົ້ນມາ, ລະບົບການທະນາຄານໄດ້ປະຕິບັດນະໂຍບາຍເງິນຕາທີ່ຖືກເປົ້າໝາຍ, ເຂັ້ມແຂງແລະໝັ້ນທ່ຽງ, ໄດ້ເພີ່ມທະວີກຳລັງແຮງດ້ານການສະໜັບສະໜູນຕໍ່ເສດຖະກິດຮູບປະທຳຕື່ມອີກ, ປັບປຸງການບໍລິການດ້ານການທະນາຄານຢ່າງແທ້ຈິງ, ຂະແໜງການທະນາຄານມີຄວາມໝັ້ນຄົງໂດຍລວມ, ຕະຫຼາດການທະນາຄານໄດ້ເຄື່ອນໄຫວຢ່າງໝັ້ນທ່ຽງ.

 

ບົດລາຍງານສະເໜີວ່າ: ໃນບາດກ້າວຕໍ່ໄປ, ລະບົບການທະນາຄານຈະຍຶດໝັ້ນຈຸດປະສົງພື້ນຖານແຫ່ງການໃຫ້ບໍລິການແກ່ເສດຖະກິດຮູບປະທຳ, ສຸມກຳລັງເຂົ້າໃນການເປີດກວ້າງຄວາມຕ້ອງການພາຍໃນ, ເພີ່ມທະວີຄວາມໝັ້ນໃຈ, ຊ່ວຍຊຸກຍູ້ໃຫ້ເສດຖະກິດຮູບປະທຳໄດ້ຮັບການເຕີບໂຕຢ່າງໝັ້ນທ່ຽງແລະການຫັນປ່ຽນຮູບແບບການພັດທະນາແລະຍົກລະດັບສູງຂຶ້ນ.