ການເກັບກ່ຽວທັນຍາຫານໃນລະດູໃບໄມ້ຫຼົ່ນຢູ່ຈີນເຂົ້າສູ່ໄລຍະສຸດທ້າຍ ເຂດຜະລິດທັນຍາຫານຢູ່ພາກເໜືອຂອງປະເທດເລີ່ມດຳເນີນການຂົນສົ່ງທັນຍາຫານ

2023-10-22 15:01:49 CRI

 

ຄຽງຄູ່ກັບການເກັບກ່ຽວທັນຍາຫານໃນລະດູໃບໄມ້ຫຼົ່ນຢູ່ພາກເໜືອຈີນໄດ້ເຂົ້າສູ່ໄລຍະສຸດທ້າຍ, ພາກສ່ວນທາງລົດໄຟໄດ້ເລີ່ມດຳເນີນການຂົນສົ່ງທັນຍາຫານໃນໃນຫວ່າງມໍ່ໆມານີ້. ທັນຍາຫານເຫຼົ່ານີ້ຈະຂົນສົ່ງຜ່ານທາງລົດໄຟໄປເຂດພາກຕາເວັນຕົກສຽງເໜືອ, ເຂດພາກເໜືອ, ເຂດພາກຕາເວັນອອກແລະເຂດອື່ນໆ.

 

3 ແຂວງຢູ່ພາກຕາເວັນອອກສຽງເໜືອແມ່ນເຂດຜະລິດທັນຍາຫານທີ່ສຳຄັນຂອງຈີນ, ປະລິມານການຜະລິດທັນຍາຫານໄດ້ກວມ 1 ສ່ວນ 4ຂອງທ່ົວປະເທດ, ປະລິມານການຂົນສົ່ງທັນຍາຫານອອກນອກເຂດຜະລິດໄດ້ກວມ 40% ຂອງທົ່ວປະເທດ. ເພື່ອຮັບມືກັບໄລຍະເລັ່ງດ່ວນຂອງການຂົນສົ່ງທັນຍາຫານ, ພາກສ່ວນທາງລົດໄຟໄດ້ນຳໃຊ້ຫຼັກການ “ວິສາຫະກິດໜຶ່ງແຜນການໜຶ່ງ” ເພື່ອກຳນົດແຜນການຂົນສົ່ງ, ເປີດການບໍລິການດ້ານການຂົນສົ່ງໂດຍກົງແກ່ວິສາຫະກິດ, ຮັບປະກັນຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງດ້ານການຂົນສົ່ງທັນຍາຫານ.

 

ອີງຕາມຕົວເລກສະຖິຕິຈາກກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ນັບແຕ່ວັນທີ 1 ຫາ 15 ຕຸລານີ້, ທາງລົດໄຟຈີນໄດ້ຂົນສົ່ງທັນຍາຫານ 4.754.000 ໂຕນ, ເພີ່ມຂຶ້ນ 1,8% ຈຳນວນ 83.000 ໂຕນເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້.