ພິທີເປີດງານມະຫະກຳກິລາເອຊຽນເກມຄົນພິການຄັ້ງທີ 4 ທີ່ນະຄອນຫາງໂຈ່ວຈະຈັດຂຶ້ນໃນຕອນຄ່ຳມືຶຶ້ນີ້

2023-10-22 15:00:33 CRI

 

ພິທີເປີດງານມະຫາກຳກິລາເອຊຽນເກມຄົນພິການຄັ້ງທີ 4 ຫາງໂຈ່ວຈະຈັດຂຶ້ນໃນຕອນຄ່ຳວັນທີ 22 ຕຸລານີ້, ຈະສະແດງພິທີເປີດງານທີ່ມີສີສັນພິເສດຂອງຈີນທັງເຕັມໄປດ້ວຍຄວາມອົບອຸ່ນແລະຄວາມຊາບຊຶ້ງໃຈຄັ້ງໜຶ່ງຄືແນວໃດ?

ທ່ານຊ່າ ສຽວ ລານ, ຫົວໜ້າຜູ້ກຳກັບການສະແດງຂອງພິທີເປີດງານໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນຫຼື CMG.

 

ທ່ານຊ່າ ສຽວ ລານໃຫ້ຮູ້ວ່າ: ເລີ່ມຈາກພິທີສວນສະໜາມເຂົ້າສູ່ສະໜາມກິລາ, ການສະແດງສີລະປະວັນນະຄະດີຮອດການຈູດທວນໄຟຫຼັກ, ແຕ່ລະຂັ້ນຕອນຂອງພິທີເປີດລ້ວນແຕ່ໄດ້ເຊື້ອເຊີນໃຫ້ຄົນພິການເຂົ້າມາມີສ່ວນຮ່ວມໃນການສະແດງ. ທົ່ວພິທີເປີດງານມະຫາກຳກິລາເອຊຽນເກມຄົນພິການໄດ້ປິ່ນອ້ອມ ຫົວຂໍ້“ການເຊື່ອມໂຍງເຂົ້າກັນລະຫວ່າງຄົນພິການແລະຄົນປົກກະຕິ”, ເຊິ່ງໄດ້ລວມເຖິງນ້ຳໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງບໍ່ລົດລະ, ກ້າວໄປຂ້າງໜ້າຢ່າງກ້າຫານຂອງຄົນພິການ, ນອກນັ້ນຍັງມີການສະແດງທີ່ມີຄວາມອົບອຸ່ນໂດຍລວມ.

 

ນອກຈາກຜູ້ຊົມຢູ່ສະໜາມກິລາສາມາດສຳຜັດກັບປະສິດທິພາບການສະແດງທີ່ໜ້າງຶດງໍ້ອັດສະຈັນຂອງພິທີເປີດງານແລ້ວ, ຈຸຜູ້ກຳກັບການສະແດງຍັງໄດ້ນຳໃຊ້ເຕັກນິກເບິ່ງພາບສາມມິຕິຫຼື AR, ການເຊື່ອມໂຍງເຂົ້າກັນລະຫວ່າງດີຈີຕອນກັບພາບຕົວຈິງແລະເຕັກນິກອື່ນໆມາເຮັດໃຫ້ພາບການສະແດງມີຄວາມອຸດົມສົມບູນຂຶ້ນ, ເຮັດໃຫ້ຜູ້ຊົມທາງໂທລະພາບຈະໄດ້ຮັບຊົມພາບທີ່ດີຫຼາຍເຊັ່ນດຽວກັນ.