ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມກໍລະນີທີ່ກຳປັ່ນລາດຕະເວນທາງທະເລຂອງຈີນໄດ້ສະກັດເຮືອຟິລິບປິນທີ່ຂົນສົ່ງວັດສະດຸກໍ່ສ້າງໄປຍັງກຳປັ່ນຮົບທີ່ “ຄາຢູ່ຫາດຊາຍ” ຢ່າງຜິດກົດໝາຍຢູ່ເກາະເຢີນໄອ້

2023-10-23 16:35:54 cri

ວັນທີ 22 ຕຸລານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມກໍລະນີທີ່ກຳປັ່ນລາດຕະເວນທາງທະເລຂອງຈີນໄດ້ສະກັດເຮືອຟິລິບປິນທີ່ຂົນສົ່ງວັດສະດຸກໍ່ສ້າງໄປຍັງກຳປັ່ນຮົບທີ່ “ຄາຢູ່ຫາດຊາຍ” ຢ່າງຜິດກົດໝາຍຢູ່ເກາະເຢີນໄອ້.

 

ມີນັກຂ່າວຖາມວ່າ: ວັນທີ 22 ຕຸລານີ້, ຟິລິບປິນໄດ້ຂົນສົ່ງເຄື່ອງທີ່ຈະສະໜອງໃຫ້ກຳປັ່ນຮົບທີ່ "ຄາຢູ່ຫາດຊາຍ" ຢ່າງຜິດກົດໝາຍຢູ່ເກາະເຢີນໄອ້ໂດຍບໍ່ໄດ້ຮັບອະນຸຍາດ. ໃນເວລານັ້ນ, ກຳປັ່ນລາດຕະເວນທາງທະເລຂອງຈີນໄດ້ສະກັດເຮືອຟິລິບປິນທີ່ຂົນສົ່ງວັດສະດຸກໍ່ສ້າງທີ່ຜິດກົດໝາຍ. ຟິລິບປິນໄດ້ອອກຖະແຫຼງການວ່າ: ກຳປັ່ນລາດຕະເວນຂອງຈີນໄດ້ດຳເນີນການສະກັດທີ່ເປັນອັນຕະລາຍຕໍ່ເຮືອຟິລິບປິນ ແລະຕຳກັນ. ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

 

ໂຄສົກກະຊວງການຕ່າງປະເທດຈີນຕອບວ່າ: ວັນທີ 22 ຕຸລານີ້, ເຮືອ 2 ລຳ ແລະກຳປັ່ນລາດຕະເວນທາງທະເລ 2 ລຳຂອງຟິລິບປິນບໍ່ໄດ້ຮັບອະນຸຍາດຈາກລັດຖະບານຈີນ, ລ່ວງລ້ຳເຂົ້າໄປນ່ານທະເລໃກ້ກັບເກາະເຢີນໄອ້ຂອງໝູ່ເກາະນານຊ່າຈີນ, ໂດຍບໍ່ເອົາຫົວຊາຕໍ່ຄຳເຕືອນຈາກກຳປັ່ນລາດຕະເວນຂອງຈີນ, ບຸກເຂົ້າໄປໜອງເສ້ຍຢູ່ເກາະເຢີນໄອ້, ແລະຕຳກັບກຳປັ່ນລາດຕະເວນຂອງຈີນທີ່ກຳລັງປະຕິບັດກົດໝາຍ ແລະເຮືອປະມົງຂອງຈີນຢູ່ບ່ອນເກີດເຫດ. ໜ່ວຍຍາມຝັ່ງທະເລຂອງຈີນໄດ້ໃຊ້ມາດຕະການບັງຄັບທີ່ຈຳເປັນຕໍ່ກຳປັ່ນຟິລິບປິນຕາມກົດໝາຍພາຍໃນ ແລະສາກົນ, ປົກປັກຮັກສາອະທິປະໄຕຂອງຜືນແຜ່ນດິນ ແລະສິດຜົນປະໂຫຍດທາງທະເລຂອງຈີນ, ການປະຕິບັດງານເປັນມືອາຊີບ ແລະຢັບຢັ້ງໃຈ.