ໄຂງານມະຫະກຳກິລາເອຊຽນເກມຄົນພິການຄັ້ງທີ 4 ຢູ່ນະຄອນຮາງໂຈ່ວ ຮອງນາຍົກຈີນເຂົ້າຮ່ວມແລະກ່າວໄຂງານ

2023-10-23 11:19:05 CRI


     ຕອນຄ່ຳວັນທີ 22 ຕຸລານີ້, ງານມະຫະກຳກິລາເອຊຽນເກມຄົນພິການຄັ້ງທີ 4 ໄດ້ໄຂຂຶ້ນຢູ່ນະຄອນຮາງໂຈ່ວ ແຂວງເຈີ້ຈ່ຽງຈີນຢ່າງຄຶກຄື້ນ. ທ່ານຕີ່ງເສວ່ຊຽງ ຮອງນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມພິທີໄຂງານ ແລະກ່າວໄຂງານມະຫະກຳກິລາຄັ້ງນີ້.



     ຢູ່ສະໜາມກິລາຂອງສູນກິລາໂອລິມປິກຮາງໂຈ່ວ, ໄດ້ມີໄຟແສງສີຮຸ່ງເຮືອງເຫຼືອງເຫຼື້ອມ, ປຽບເໝືອນດອກບົວໃຫຍ່ທີ່ສວຍງາມ. ຜູ້ຊົມ 4 ໝື່ນກວ່າຄົນຢູ່ໃນສະໜາມໄດ້ມີຄວາມເບີກບານມ່ວນຊື່ນ, ຮ່ວມກັນຊົມໃຊ້ເວລາທີ່ຫຼົງລືມໄດ້ຍາກ. ງານມະຫະກຳກິລາເອຊຽນເກມຄົນພິການຄັ້ງນີ້ທີ່ປະຕິບັດຕາມແນວຄິດຈັດຕັ້ງການແຂ່ງຂັນທີ່ວ່າ ມີພະລັງຊີວິດຄືກັບແສງຕາເວັນ ກົມກຽວ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຊົມໃຊ້ຮ່ວມກັນ ແມ່ນງານມະຫະກຳກິລາຄົນພິການສາກົນອີກຄັ້ງໜຶ່ງທີ່ຈັດຂຶ້ນຢູ່ຈີນພາຍຫຼັງປັກກິ່ງໄດ້ຈັດງານກິລາໂອລິມປິກຄົນພິການລະດູໜາວມາແລ້ວ, ຍັງແມ່ນງານມະຫະກຳກິລາອາຊີຄັ້ງໜຶ່ງທີ່ຈັດຂຶ້ນຕາມຈິດໃຈ ສອງເອຊຽນເກມທີ່ໜ້າສົນໃຈຄືກັນ.



     ທ່ານມາຈິດ ຣາເຊດ ປະທານຄະນະກຳມະການໂອລິມປິກຄົນພິການອາຊີກ່າວວ່າ: ງານກິລາເອຊຽນເກມຄົນພິການຄັ້ງນີ້ຈະເປັນງານກິລາຄົນພິການອາຊີຄັ້ງສຸດຍອດໃນປະຫວັດສາດ. ບ້ານນັກກິລາຄົນພິການອາຊີ ສິ່ງກໍ່ສ້າງດ້ານກິລາປະເພດຕ່າງໆທີ່ມີລະດັບສຸດຍອດ ແລະລະບົບຄົມມະນາຄົມທີ່ສົມບູນ, ທັງໝົດເຫຼົ່ານີ້, ລ້ວນແຕ່ໄດ້ບັນລຸມາດຕະຖານທີ່ກຳນົດໄວ້. ເມື່ອພວກທ່ານໄດ້ສະໜອງສິ່ງກໍ່ສ້າງ ແລະອຸປະກອນລະດັບສຸດຍອດໃຫ້ແລ້ວ, ນັກກິລາທັງຫຼາຍກໍຈະສະແດງຄວາມສາມາດ ແລະລະດັບສູງສຸດຂອງຕົນ, ພະຍາຍາມບັນລຸຄວາມໃຝ່ຝັນຂອງຕົນ.