ໂສມໜ້າຂອງແມ່ຍິງຈີນສ່ອງແສງໃຫ້ເຫັນເຖິງກຽດສັກສີຂອງຍຸກສະໄໝ

2023-10-23 11:34:22 CRI

 

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແມ່ຍິງຈີນຄັ້ງທີ 13 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 23 ຫາ 26 ຕຸລານີ້. ຜູ້ແທນແມ່ຍິງຈີນທັງໝົດເກືອບ 1.800 ຄົນ ແລະຜູ້ແທນທີ່ໄດ້ຮັບການເຊື້ອເຊີນເປັນພິເສດ 90 ຄົນຈະເຂົ້າຮ່ວມກອງປະຊຸມຄັ້ງນີ້.

ແມ່ຍິງແມ່ນຜູ້ປະດິດສ້າງອະລິຍະທຳມວນມະນຸດ ແມ່ນຜູ້ຊຸກຍູ້ຄວາມກ້າວໜ້າຂອງສັງຄົມ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ໄດ້ເອົາໃຈໃສ່ຫຼາຍຕໍ່ວຽກງານແມ່ຍິງ, ທ່ານຢືນຢູ່ຈຸດສູງດ້ານຍຸທະສາດແຫ່ງສະພາບລວມຂອງການພັດທະນາວຽກງານພັກ ແລະລັດ, ວາງແຜນດຳເນີນວຽກງານແມ່ຍິງຂອງພັກໃນຍຸກໃໝ່, ໄດ້ສະເໜີແນວຄິດໃໝ່ ທັດສະນະໃໝ່ ແລະຄວາມຮຽກຮ້ອງໃໝ່ທີ່ມີຫົວຄິດປະດິດສ້າງຢ່າງເປັນລະບົບ, ນຳພາວຽກງານແມ່ຍິງຂອງຈີນສືບທອດມູນເຊື້ອອັນດີງາມໃນປະຫວັດສາດ ແລະເປີດສະພາບການໃໝ່, ກ້າວເດີນໄປຂ້າງໜ້າຕາມຍຸກສະໄໝ, ໄດ້ຮັບຜົນສຳເລັດຄັ້ງປະຫວັດສາດ ແລະໄດ້ເກີດມີການປ່ຽນແປງຄັ້ງປະຫວັດສາດ.

ທ່ານສີຈິ້ນຜິງກ່າວວ່າ: ສະໜອງໂອກາດໃໝ່ໃຫ້ແກ່ແມ່ຍິງໃນການເຂົ້າຮ່ວມການເປິກສາການເມືອງ, ຍົກສູງລະດັບການເຂົ້າຮ່ວມການຄຸ້ມຄອງວຽກງານຂອງລັດ ແລະວຽກງານເສດຖະກິດ ວັດທະນະທຳ ສັງຄົມໃຫ້ແມ່ຍິງ, ຕັ້ງໜ້າສ້າງເງື່ອນໄຂ ແລະເວທີໃຫ້ແກ່ແມ່ຍິງໃນການເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມ, ພວກເຮົາຕ້ອງກຳຈັດອຸປະສັກ ສ້າງສະພາບແວດລ້ອມ, ປຸກລະດົມແມ່ຍິງຈຳນວນມະຫາສານໃຫ້ມີຄວາມຕັ້ງໜ້າ ຄວາມເປັນເຈົ້ການ ແລະຫົວຄິດປະດິດສ້າງຫຼາຍທີ່ສຸດ.