ທູດພິເສດບັນຫາຕາເວັນອອກກາງຂອງລັດຖະບານຈີນເຂົ້າຮ່ວມກອງປະຊຸມສຸດຍອດສັນຕິພາບເລິແກກ່ຽວກັບບັນຫາປາແລັດສະຕິນ

2023-10-23 14:59:44 cri

 

ວັນທີ 21 ຕຸລານີ້, ທ່ານຈາຍຈູ້ນ ທູດພິເສດບັນຫາຕາເວັນອອກກາງຂອງລັດຖະບານຈີນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສັນຕິພາບເລິແກກ່ຽວກັບບັນຫາປາແລັດສະຕິນຢູ່ນະຄອນຫຼວງບໍລິຫານແຫ່ງໃໝ່ຂອງປະເທດເອຢິບ. ມີປະມຸກລັດ, ຫົວໜ້າລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດ ຫຼືຜູ້ຕາງໜ້າຂັ້ນສູງຈາກ 31 ປະເທດ ເຊັ່ນ: ເອຢິບ, ປາແລັດສະຕິນ, ສະຫະລັດອາຣັບເອມີເຣດ ແລະອື່ນໆ, ພ້ອມດ້ວຍຜູ້ຮັບຜິດຊອບອົງການຈັດຕັ້ງສາກົນ ແລະພາກພື້ນ ເຊັ່ນ: ອົງການສະຫະປະຊາຊາດ, ສັນນິບາດປະເທດອາຣັບ, ສະຫະພາບອາຟຣິກາ, ສະຫະພາບເອີຣົບ ແລະອື່ນໆເຂົ້າຮ່ວມກອງປະຊຸມດັ່ງກ່າວ.

 

ທ່ານຈາຍຈູ້ນໄດ້ປະກອບຄຳເຫັນໃນກອງປະຊຸມສຸດຍອດວ່າ: ຈີນເອົາໃຈໃສ່ຕໍ່ການຜັນແປຂອງສະຖານະການປະທະກັນລະຫວ່າງປາແລັດສະຕິນ ແລະອິດສະຣາແອນ, ມີຄວາມເປັນຫ່ວງຢ່າງເລິກເຊິ່ງຕໍ່ການປະທະກັນລະຫວ່າງປາແລັດສະຕິນ ແລະອິດສະຣາແອນທີ່ຮ້າຍແຮງຂຶ້ນ, ສົ່ງຜົນເຮັດໃຫ້ມີປະຊາຊົນຈຳນວນຫຼາຍເສຍຊີວິດ ຫຼືຖືກບາດເຈັບ ແລະພາໃຫ້ເກີດວິກິດການດ້ານມະນຸດສະທຳ, ກ່າວປະນາມທຸກການກະທຳທີ່ທຳຮ້າຍປະຊາຊົນ, ຄັດຄ້ານທຸກການກະທຳທີ່ລະເມີດກົດໝາຍສາກົນ, ຮຽກຮ້ອງໃຫ້ຍຸດຕິການເຄື່ອນໄຫວທາງການທະຫານທີ່ຈະເຮັດໃຫ້ສະຖານະການຮ້າຍແຮງຂຶ້ນຕື່ມອີກໃນທັນທີ ແລະເປີດຊ່ອງທາງການຊ່ວຍເຫຼືອດ້ານມະນຸດສະທຳ.

 

ທ່ານກ່າວຕື່ມວ່າ: ວິທີພື້ນຖານເພື່ອແກ້ໄຂການປະທະກັນທີ່ເກີດຂຶ້ນແລ້ວເກີດຂຶ້ນອີກລະຫວ່າງປາແລັດສະຕິນ ແລະອິດສະຣາແອນແມ່ນການຈັດຕັ້ງປະຕິບັດ “ແຜນການສອງປະເທດ”, ສ້າງປະເທດປາແລັດສະຕິນທີ່ມີເອກະລາດ, ບັນລຸການຢູ່ຮ່ວມກັນໂດຍສັນຕິລະຫວ່າງປາແລັດສະຕິນ ແລະອິດສະຣາແອນ. ຈີນຈະສືບຕໍ່ຮ່ວມກັບບັນດາຝ່າຍທີ່ກ່ຽວຂ້ອງໃນປະຊາຄົມໂລກ, ພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອຍຸດຕິສົງຄາມຢູ່ເຂດກາຊາໂດຍໄວ, ສະໜັບສະໜູນປະຊາຊົນປາແລັດສະຕິນຟື້ນຟູສິດທິແຫ່ງຊາດທີ່ຊອບດ້ານກົດໝາຍ, ຈັດຕັ້ງປະຕິບັດ “ແຜນການສອງປະເທດ”, ບັນລຸສັນຕິພາບ ແລະຄວາມໝັ້ນຄົງຢ່າງຖາວອນຢູ່ເຂດຕາເວັນອອກກາງ.