CMG ເຊັນບົດບັນທຶກຊ່ວຍຈຳດ້ານການຮ່ວມມືກັບຄະນະກຳມະການຈັດງານກິລາໂອລິມປິກປາຣີ

2023-10-24 16:06:08 CRI

 

ວິທະຍຸໂທລະພາບສູນກາງຈີນຫຼື CMG ກັບຄະນະກຳມະການຈັດງານກິລາໂອລິມປິກປາຣີໄດ້ເລີ່ມດຳເນີນການຮ່ວມມືຍຸດທະສາດຢ່າງເປັນທາງການ. ໃນວັນທີ 23 ຕຸລານີ້, ທ່ານເສິ້ນໄຫຊົງ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນທັງເປັນຫົວໜ້າວິທະຍຸໂທລະພາບສູນກາງຈີນຫຼື CMG ຮ່ວມກັບທ່ານໂຕນີ ເອສຕັງເກັດ, ປະທານຄະນະກຳມະການຈັດງານກິລາໂອລິມປິກປາຣີ 2024 ໄດ້ຕາງໜ້າສອງຝ່າຍເຊັນບົດບັນທຶກຊ່ວຍຈຳດ້ານການຮ່ວມມືຢູ່ນະຄອນຫຼວງປາຣີຂອງຝຣັ່ງ, ເຊິ່ງໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການລົງເລິກການຮ່ວມມືໃນດ້ານການໂຄສະນາງານມະຫະກຳກິລາໂອລິມປິກປາຣີ, ການຜະລິດລາຍການທີ່ມີຫົວຂໍ້ສະເພາະແລະດ້ານອື່ນໆ.

 


ອີງຕາມບົດທັນທຶກຊ່ວຍຈຳດັ່ງກ່າວ, CMG ກັບຄະນະກຳມະການຈັດງານກິລາໂອລິມປິກປາຣີ 2024 ຈະລົງເລິກການຮ່ວມມື, ຜ່ານເວທີຂອງ CMG ອອກແຮງໂຄສະນາງານມະຫະກຳກິລາໂອລິມປິກປາຣີ; ສຸມໃສ່ຫົວຂໍ້ຫຼັກ “ຈາກປັກກິ່ງຫາປາຣີ”, ເລົ່າເລື່ອງລາວໂອລິມປິກລະຫວ່າງເມືອງຈັດງານມະຫະກຳກິລາໂອລິມປິກ 2 ແຫ່ງໃຫ້ດີ ; ຜະລິດລາຍການລາຍງານຫົວຂໍ້ສະເພາະທີ່ກ່ຽວຂ້ອງກັບງານມະຫະກຳກິລາໂອລິມປິກປາຣີແລະອື່ນໆ.