ທ່ານສີຈິ້ນຜິງກ່າວຄຳປາໄສທາງລາຍລັກອັກສອນຕໍ່ກອງປະຊຸມສຳມະນາສາກົນລະນຶກເຖິງການສະເໜີແນວຄິດການຕ່າງປະເທດກັບປະເທດອ້ອມຂ້າງທີ່ມີໄມຕີຈິດ, ມີຄວາມຈິງໃຈ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແລະມີຄວາມໂອບເອື້ອອາລີຄົບຮອບ 10 ປີ

2023-10-24 16:50:51 CRI

 

ວັນທີ 24 ຕຸລານີ້, ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ກ່າວຄຳປາໄສທາງ ລາຍລັກອັກສອນຕໍ່ກອງປະຊຸມສຳມະນາສາກົນລະນຶກເຖິງການສະເໜີແນວຄິດການຕ່າງປະເທດກັບປະເທດອ້ອມຂ້າງທີ່ມີໄມຕີຈິດ, ມີຄວາມຈິງໃຈ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແລະມີຄວາມໂອບເອື້ອອາລຄົບຮອບ 10 ປີ.

 

ຄຳປາໄສຂອງທ່ານສີຈິ້ນຜິງຊີ້ອອກວ່າ: ທິດທາງພື້ນຖານດ້ານການຕ່າງປະເທດກັບປະເທດອ້ອມຂ້າງຂອງຈີນ, ແມ່ນການຍຶດໝັ້ນຄວາມມີໄມຕີຈິດກັບປະເທດ ໃກ້ຄຽງ, ຖືປະເທດໃກ້ຄຽງເປັນເພື່ອນມິດ, ຍຶດໝັ້ນການເປັນບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ, ການຢູ່ຮ່ວມກັນກັບປະເທດໃກ້ຄຽງຢ່າງສະຫງົບ, ຮັ່ງມີຮ່ວມກັນກັບປະເທດໃກ້ຄຽງ, ສະແດງເຖິງແນວຄິດການຕ່າງປະເທດກັບປະເທດອ້ອມຂ້າງທີ່ມີໄມຕີຈິດ ,ມີຄວາມຈິງໃຈ,ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແລະ ມີຄວາມໂອບເອື້ອອາລີຢ່າງພົ້ນເດັ່ນ. ໃນໄລຍະ 10 ປີຜ່ານມານີ້, ຈີນໄດ້ຕັ້ງໜ້າປະຕິບັດ ຕາມແນວຄິດດັ່ງກ່າວ, ຂະຫຍາຍການພົວພັນຄູ່ຮ່ວມມື ໄມຕີຈິດກັບປະເທດໃກ້ຄຽງຢ່າງຮອບດ້ານ, ຄວາມໄວ້ເນື້ອເຊື່ອໃຈກັນ ດ້ານການເມືອງ ລະຫວ່າງສອງຝ່າຍໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ, ການເຊື່ອມໂຍງເຂົ້າກັນດ້ານຜົນປະໂຫຍດໄດ້ນັບມື້ນັບລົງສູ່ລວງເລິກ, ໄດ້ເດີນຕາມເສັ້ນທາງທີ່ສະຫວ່າງສະໄຫວມີໄມຕີຈິດຖານບ້ານໃກ້ເຮືອນຄຽງແລະຮ່ວມມືກັນໄດ້ຮັບຜົນປະໂຫຍດນຳກັນ.