ໂຄສົກກະຊວງການຕ່າງປະເທດຈີນ: ຍິນດີຕ້ອນຮັບນາຍົກອົສຕຣາລີຈະເດີນທາງມາຢ້ຽມຢາມຈີນແລະເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6

2023-10-24 16:10:19 CRI

 

ວັນທີ 23 ຕຸລານີ້, ທ່ານນາງມາວນີງ, ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນຍິນດີຕ້ອນຮັບທ່ານອັນໂຕນີ ອານບາເນັສ, ນາຍົກລັດຖະມົນຕີອົສຕຣາລີທີ່ຈະເດີນທາງມາຢ້ຽມຢາມຈີນແລະຈະເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ຕາມຄຳເຊີນຂອງທ່ານຫຼີສຽງ ນາຍົກລັດຖະມົນຕີຈີນ. ທ່ານນາງມາວນນີງກ່າວຕື່ມວ່າ: ການພົວພັນລະຫວ່າງຈີນ-ອົສຕຣາລີທີ່ດີງາມແລະໝັ້ນທ່ຽງແມ່ນສອດຄ່ອງກັບຜົນປະໂຫຍດທີ່ເປັນພື້ນຖານຂອງສອງຊາດແລະປະຊາຊົນສອງປະເທດ, ພ້ອມທັງມີຜົນດີຕໍ່ສັນຕິພາບແລະສະຖຽນລະພາບຂອງພາກພື້ນແລະສາກົນ.

 

ທ່ານນາງມາວນີງກ່າວຕື່ມອີກວ່າ: ຈີນຍິນດີຮ່ວມກັບອົສຕຣາລີ, ເພີ່ມທະວີການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງ, ເພີ່ມທະວີການແລກປ່ຽນແລະການຮ່ວມມືໃນແຕ່ລະຂົງເຂດ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດໄດ້ຮັບການປັບປຸງແລະພັດທະນາໄປຢ່າງຕໍ່ເນື່ອງ, ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງປະເທດດີກວ່າເກົ່າ.