CMG ເຊັນບົດບັນທຶກຊ່ວຍຈຳດ້ານການຮ່ວມມືກັບສະຫະພັນບານເຕະອາຊີບຝຣັ່ງ

2023-10-24 16:08:05 CRI

 

ວັນທີ 23 ຕຸລານີ້, ວິທະຍຸໂທລະພາບສູນກາງຈີນຫຼື CMG ກັບສະຫະພັນບານເຕະອາຊີບຝຣັ່ງໄດ້ເຊັນບົດບັນທຶກຊ່ວຍຈຳດ້ານການຮ່ວມມືຢູ່ນະຄອນຫຼວງປາຣີຂອງຝຣັ່ງ, ເຊິ່ງໄດ້ບັນລຸຄວາມເຫັນດີໃນການແຂ່ງຂັນຮ່ວມ, ການຊຸກຍູ້ການແລກປ່ຽນລະຫວ່າງຂະແໜງການ, ການຊຸກຍູ້ການພັດທະນາກິລາເຕະບານຂອງຊາວໜຸ່ມເຍົາວະຊົນແລະດ້ານອື່ນໆ. ທ່ານເສິ້ນໄຫຊົງ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນທັງເປັນຫົວໜ້າວິທະຍຸໂທລະພາບສູນກາງຈີນຫຼື CMG ຮ່ວມກັບທ່ານວີນເຊນ ລາບຣູເນ, ປະທານສະຫະພັນບານເຕະອາຊີບຝຣັ່ງໄດ້ຕາງໜ້າສອງຝ່າຍເຊັນສັນຍາ.


 


ອີງຕາມບົດບັນທຶກຊ່ວຍຈຳດັ່ງກ່າວ, ສອງຝ່າຍຈະຕັ້ງໜ້າຊຸກຍູ້ໃຫ້ການແຂ່ງຂັນບານເຕະໂຕຣເຟຝຣັ່ງປີ 2024 ໄດ້ຮັບການຖ່າຍທອດຢູ່ຈີນ, ຜ່ານການຈັດການແຂ່ງຂັນມິດຕະພາບເພີ່ມທະວີການແລກປ່ຽນລະຫວ່າງທິມບານເຕະສອງປະເທດ, ແລະຈະດຳເນີນການຮ່ວມມືໃນດ້ານການຈັດເວທີເປິກສາຫາລືການພັດທະນາກິລາບານເຕະ, ການຈັດສູນເຝິກຊ້ອມໃຫ້ຊາວໜຸ່ມເຍົາວະຊົນ, ການພັດທະນາປະເພດການແຂ່ງຂັນອີສະປອດ, ການໂຄສະນາການແຂ່ງຂັນບານເຕະລີກແອ໋ງຂອງຝຣັ່ງແລະດ້ານອື່ນໆ.