CMG ກັບສະມາຄົມເຕັນນິດຝຣັ່ງເຊັນບົດບັນທຶກຊ່ວຍຈຳດ້ານການຮ່ວມມື

2023-10-24 11:16:13 CRI


     ວັນທີ 23 ຕຸລານີ້ຕາມເວລາທ້ອງຖິ່ນ, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ກັບສະມາຄົມເຕັນນິດຝຣັ່ງໄດ້ເຊັນບົດບັນທຶກຊ່ວຍຈຳດ້ານການຮ່ວມມືຢູ່ນະຄອນຫຼວງປາຣີຂອງຣັ່ງ ໂດຍໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນດ້ານການຮ່ວມມືກ່ຽວກັບການເຜີຍແຜ່ກິລາເຕັນນິດ, ການລົງເລິກການຮ່ວມມືຖ່າຍທອດການແຂ່ງຂັນ, ການຄົ້ນຄວ້າການພັດທະນາດ້ານຂະແໜງການ ແລະອື່ນໆ. ທ່ານເສິ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ຫົວໜ້າ CMG ແລະທ່ານກິວ ມໍຕັນ ປະທານສະມາຄົມເຕັນນິດຝຣັ່ງໄດ້ຕາງໜ້າສອງຝ່າຍລົງນາມໃນບົດບັນທຶກຊ່ວຍຈຳດັ່ງກ່າວ.



     ປີ 2024 ແມ່ນປີທີ່ຈີນ-ຝຣັ່ງສ້າງສາຍພົວພັນທາງການທູດຄົບຮອບ 60 ປີ. ເພື່ອຜັນຂະຫຍາຍຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງທ່ານສີຈິ້ນຜິງ ປະທານປະເທດຈີນ ແລະທ່ານເອັມມານູເອວ ມາຣົງ ປະທານາທິບໍດີຣັ່ງ, CMG ກັບສະມາຄົມເຕັນນິດຝຣັ່ງໄດ້ດຳເນີນການແລກປ່ຽນຢ່າງເຕັມທີ່ ແລະໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງກ່ຽວກັບການຮ່ວມມືລະຫວ່າງສອງຝ່າຍກ່ອນການລົງນາມ.



     ທ່ານເສິ້ນໄຫຊົງກ່າວວ່າ: ກິລາແມ່ນຂົວໃຫຍ່ທີ່ເຊື່ອມຕໍ່ໂລກ, ແມ່ນພາສາຮ່ວມກັນຂອງໂລກ. ການແຂ່ງຂັນເຕັນນິດຝຣັ່ງໄດ້ຮັບຄວາມນິຍົມຊົມຊອບຢ່າງເລິກເຊິ່ງຈາກຜູ້ຊົມເຕັນນິດຈີນ. ໃນອະນາຄົດ, CMG ຈະສືບຕໍ່ນຳເອົາການແຂ່ງຂັນເຕັນນິດທີ່ດີເລີດມາໃຫ້ຜູ້ຊົມຈີນ, ແລະຈະຕັ້ງໜ້າຊຸກຍູ້ການເຜີຍແຜ່ກິລາເຕັນນິດຢູ່ຈີນດ້ວຍຮູບແບບຕ່າງໆ ເຊັ່ນ: ຮ່ວມກັນຈັດການແຂ່ງຂັນລະດັບຊາວໜຸ່ມເຍົາວະຊົນ ແລະອື່ນໆ, ເພີ່ມພະລັງຊີວິດໃໝ່ໃຫ້ແກ່ການເຜີຍແຜ່ວັດທະນະທຳກິລາເຕັນນິດ ແລະການພັດທະນາກິລາເຕັນນິດ. ຄອງຄອຍໃຫ້ເຕັນນິດກາຍເປັນຂົວທີ່ເຊື່ອມຕໍ່ສອງປະເທດຈີນ-ຝຣັ່ງ, ຊຸກຍູ້ການແລກປ່ຽນດ້ານກິລາ ແລະວັດທະນະທຳໃຫ້ເລິກເຊິ່ງກວ່າເກົ່າ, ຊຸກຍູ້ໃຫ້ປະຊາຊົນສອງຊາດຈີນ-ຝຣັ່ງເຊື່ອມສານຈິດໃຈກັນ.