ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຕ້ອງຍຶດໝັ້ນການນຳພາຢ່າງຮອບດ້ານຂອງພັກຄອມມູນິດຈີນຕໍ່ສະຫະພັນກຳມະບານຈີນ

2023-10-24 15:39:19 cri

 

ຕອນບ່າຍວັນທີ 23 ຕຸລານີ້, ຢູ່ທຳນຽບຈົ່ງນານໄຫນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ພົບປະຄະນະນຳຊຸດໃໝ່ຂອງສະຫະພັນກຳມະບານຈີນ ແລະກ່າວຄຳເຫັນທີ່ສຳຄັນ. ທ່ານສີຈິ້ນຜິງກ່າວເນັ້ນວ່າ: ພາລະກິດຂະບວນການກຳມະກອນຂອງຈີນແມ່ນພັດທະນາຂຶ້ນພາຍໃຕ້ການນຳພາຂອງພັກຄອມມູນິດຈີນ, ກຳມະບານແມ່ນອົງການຈັດຕັ້ງມະຫາຊົນຂອງຊົນຊັ້ນນຳມະກອນທີ່ນຳພາໂດຍພັກຄອມມູນິດຈີນ. ຕ້ອງຍຶດໝັ້ນການນຳພາຢ່າງຮອບດ້ານຂອງພັກຄອມມູນິດຈີນຕໍ່ກຳມະບານ, ບໍ່ວ່າໃນເວລາໃດ, ໃນສະພາບການໃດກໍບໍ່ສາມາດຫວັ່ນໄຫວຄອນແຄນ ແລະປ່ຽນແປງໄດ້. ຕ້ອງຍຶດໝັ້ນທິດທາງພື້ນຖານທີ່ອີງໃສ່ຊົນຊັ້ນກຳມະກອນຢ່າງສຸດໃຈ, ປຸກລະດົມຄວາມຫ້າວຫັນ, ຄວາມເປັນເຈົ້າການ ແລະຫົວຄິດປະດິດສ້າງຂອງຜູ້ອອກແຮງງານອັນມະຫາສານຢ່າງເຕັມທີ່, ຕັ້ງໜ້າຊຸກຍູ້ການສ້າງສາປະເທດທີ່ເຂັ້ມແຂງ ແລະພາລະກິດການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່ຢ່າງຮອບດ້ານ.

 

ທ່ານໄຊ້ຊີ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ເລຂາທິການຄະນະເລຂາທິການສູນກາງພັກໄດ້ເຂົ້າຮ່ວມການພົບປະໃນຄັ້ງນີ້.