ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນເຜີຍແຜ່ປຶ້ມປົກຂາວ “ການພັດທະນາດ້ານຂະແໜງການປະມົງທະເລທາງໄກຂອງຈີນ”

2023-10-24 16:09:20 CRI

 

ວັນທີ 24 ຕຸລານີ້, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ເຜີຍແຜ່ປຶ້ມປົກຂາວ “ການພັດທະນາດ້ານຂະແໜງການປະມົງທະເລທາງໄກຂອງຈີນ”, ເຊິ່ງໄດ້ແນະນຳແນວຄິດການພັດທະນາ, ຫຼັກການແລະຫຼັກໝັ້ນ, ເຈດຈຳນົງດ້ານນະໂຍບາຍແລະປະສິດທິຜົນການປະຕິບັດຕາມສັນຍາດ້ານຂະແໜງການປະມົງທະເລທາງໄກຂອງຈີນ, ແບ່ງປັນບົດຮຽນການຄຸ້ມຄອງຂອງຂະແໜງການປະມົງທະເລທາງໄກຂອງຈີນ, ຊຸກຍູ້ການຮ່ວມມືແລະການແລກປ່ຽນລະດັບສາກົນຂອງຂະແໜງການປະມົງທະເລທາງໄກ.

 

ປຶ້ມປົກຂາວໄດ້ຊີ້ອອກວ່າ: ເມື່ອຢືນຢູ່ຈຸດເລີ່ມຕົ້ນໃໝ່ດ້ານປະຫວັດສາດ, ຈີນຍິນດີສືບຕໍ່ຮ່ວມກັບປະຊາຄົມໂລກ, ບົນພື້ນຖານທີ່ສະເໝີພາບກັນ, ມີຜົນປະໂຫຍດຮ່ວມກັນແລະເຄົາລົບເຊິ່ງກັນແລະກັນ, ເພີ່ມທະວີການຮັກສາແລະການນຳໃຊ້ແບບຍືນຍົງຕໍ່ທະເລແລະຊັບພະຍາກອນທະເລ, ປົກປັກຮັກສາຊີວະນານາພັນຂອງທະເລ, ເພື່ອບັນລຸເປົ້າໝາຍ “ວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ”, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳທາງທະເລ, ຊ່ວຍເຫຼືອການພັດທະນາແບບຍືນຍົງສີຂຽວຂອງທະເລທົ່ວໂລກມີໂສມໜ້າໃໝ່ຢ່າງບໍ່ຢຸດຢັ້ງ.