CMG ຮ່ວມກັບສື່ມວນຊົນຝຣັ່ງຜະລິດຮູບເງົາ ແລະລາຍການໂທລະພາບເພື່ອຕ້ອນຮັບການສ້າງສາຍພົວພັນທາງການທູດລະຫວ່າງຈີນ-ຝຣັ່ງຄົບຮອບ 60 ປີ

2023-10-25 11:31:39 CRI


     ວັນທີ 24 ຕຸລານີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດພິທີເລີ່ມດຳເນີນໂຄງການຮ່ວມມືຜະລິດຮູບເງົາ ແລະລາຍການໂທລະພາບເພື່ອຕ້ອນຮັບການສ້າງສາຍພົວພັນທາງການທູດລະຫວ່າງຈີນ-ຝຣັ່ງຄົບຮອບ 60 ປີ ເຊິ່ງມີຫົວຂໍ້ວ່າ ຮ່ວມຈິດຮ່ວມໃຈກ້າວໄປສູ່ອະນາຄົດ ຢູ່ນະຄອນຫຼວງປາຣີຂອງຣັ່ງ ໂດຍໄດ້ເປີດເຜີຍໂຄງການຮ່ວມມືຜະລິດຮູບເງົາ ແລະລາຍການໂທລະພາບຫຼາຍໂຄງການພາຍໃຕ້ຂອບການຮ່ວມມືລະຫວ່າງ CMG ກັບສື່ມວນຊົນຫຼັກ ແລະອົງການຫຼາຍແຫ່ງຂອງຣັ່ງຢ່າງເປັນທາງການ.

     ທ່ານເສິ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ຫົວໜ້າ CMG ກ່າວວ່າ: CMG ໄດ້ຮ່ວມກັບສື່ມວນຊົນ ແລະອົງການຫຼາຍແຫ່ງເຊິ່ງລວມທັງໂທລະພາບແຫ່ງຊາດຣັ່ງ ແລະອື່ນໆ ເລີ່ມດຳເນີນໂຄງການຮ່ວມມືສ້າງຮູບເງົາ ແລະລາຍການໂທລະພາບຫຼາຍໂຄງການ, ຫວັງວ່າຜົນງານຕ່າງໆທີ່ດີເລີດຈະສາມາດເຮັດໃຫ້ປະຊາຊົນສອງຊາດມີຄວາມເຂົ້າໃຈກັນຫຼາຍກວ່າເກົ່າ ແລະໜັກແໜ້ນກວ່າເກົ່າ.