ທ່ານຫຼີສຽງໄດ້ເດີນທາງຮອດນະຄອນຫຼວງບິສເຄັກປະເທດກຽກກິດສະຖານເພື່ອເຂົ້າຮ່ວມກອງປະຊຸມເທື່ອທີ 22 ຂອງສະພາຫົວໜ້າລັດຖະບານ (ນາຍົກລັດຖະມົນຕີ) ປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ແລະຢ້ຽມຢາມກຽກກິດສະຖານຢ່າງເປັນທາງການ

2023-10-25 17:02:34 cri

 

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຊາເດຍ ເນຍໂກຊອຍວິກ ຈາປາຣອບ ນາຍົກລັດຖະມົນຕີກຽກກິດສະຖານ, ໃນຕອນບ່າຍວັນທີ 24 ຕຸລານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເດີນທາງອອກຈາກນະຄອນຫຼວງປັກກິ່ງໄປກຽກກິດສະຖານ, ເພື່ອເຂົ້າຮ່ວມກອງປະຊຸມເທື່ອທີ 22 ຂອງສະພາຫົວໜ້າລັດຖະບານ (ນາຍົກລັດຖະມົນຕີ) ປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ແລະຢ້ຽມຢາມກຽກກິດສະຖານຢ່າງເປັນທາງການ.

 

ທ່ານຈາປາຣອບໄດ້ສະແດງຄວາມຍິນດີຕ້ອນຮັບທ່ານຫຼີສຽງທີ່ຢ້ຽມຢາມກຽກກິດສະຖານ, ພ້ອມທັງຕີລາຄາສູງຕໍ່ທ່າອ່ຽງການພັດທະນາຢ່າງຕັ້ງໜ້າຂອງສາຍພົວພັນກຽກກິດສະຖານ-ຈີນ, ທ່ານກ່າວວ່າ: ກຽກກິດສະຖານຍິນດີເພີ່ມທະວີການແລກປ່ຽນກັບຈີນໃນຂົງເຂດຕ່າງໆ, ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ຮ່ວມກັນຊຸກຍູ້ສະຖຽນລະພາບ ແລະການພັດທະນາຂອງເຂດອາຊີກາງ.