ຈີນຈະຍິງສົ່ງຍານອະວະກາດບັນທຸກຄົນເຊີນໂຈ່ວເລກ 17 ໃນເວລາ 11 ໂມງ 14 ນາທີຂອງວັນທີ 26 ຕຸລານີ້

2023-10-25 15:18:57 CRI

 

ຈີນຈະຍິງສົ່ງຍານອະວະກາດບັນທຸກຄົນເຊີນໂຈ່ວເລກ 17 ໃນເວລາ 11 ໂມງ 14 ນາທີຂອງວັນທີ 26 ຕຸລານີ້, ຈຸນັກບິນອະວະກາດປະກອບດ້ວຍທ່ານຢາງ ໂຫງ ໂປ, ທ່ານຖັງ ເຊີ້ງ ເຈຍແລະທ່ານຈ່ຽງ ຊີ່ນ ລີນ.

 

ກອງປະຊຸມຖະແຫຼງຂ່າວກ່ຽວກັບພາລະກິດການບິນອະວະກາດຂອງຍານອະວະກາດບັນທຸກຄົນເຊີນໂຈ່ວເລກ 17 ໄດ້ຈັດຂຶ້ນຢູ່ສູນຍິງສົ່ງດາວທຽມຈິວຊວນແຂວງກ່ານຊູ້ຈີນໃນຕອນເຊົ້າວັນທີ 25 ຕຸລານີ້. ທ່ານລີນ ຊີ່ ສຽງ, ໂຄສົກໂຄງການການບິນອະວະກາດບັນທຸກຄົນຂອງຈີນ, ຮອງຫົວໜ້າຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ການຍິງສົ່ງຄັ້ງນີ້ແມ່ນພາລະກິດການບິນອະວະກາດຄັ້ງທີ 30 ນັບແຕ່ເລີ່ມປະຕິບັດໂຄງການການບິນອະວະກາດບັນທຸກຄົນເປັນຕົ້ນມາ, ແລະແມ່ນພາລະກິດການບິນອະວະກາດບັນທຸກຄົນຄັ້ງທີ 12.

 

“ອີງຕາມແຜນການ, ພວກເຮົາຈະຍິງສົ່ງກ້ອງສ່ອງອະວະກາດລອຍອາກາດທາງໄກທີ່ໄດ້ບິນໃນວົງໂຄຈອນດຽວກັນກັບສະຖານີອະວະກາດ, ເພື່ອດຳເນີນການສັງເກດການລອຍອາກາດໃນຂອບເຂດກວ້າງ.” ທ່ານລີນ ຊີ່ ສຽງກ່າວວ່າ: “ປັດຈຸບັນນີ້ໂຄງການດັ່ງກ່າວກຳລັງດຳເນີນວຽກງານຄົ້ນຄວ້າຜະລິດຕາມແຜນການ.”