ວິທະຍຸດີຈີຕອນກ່ຽວກັບ “ເລື່ອງລາວຂອງທ່ານສີຈິ້ນຜິງ” ຜະລິດເປັນຫຼາຍພາສາໄດ້ເຜີຍແຜ່ອອກສູ່ທົ່ວໂລກຢ່າງເປັນທາງການ

2023-10-26 16:03:09 cri

 

ເມື່ອບໍ່ດົນມານີ້, ລາຍການວິທະຍຸດີຈີຕອນ ຫຼືPodcast ທີ່ຜະລິດເປັນຫຼາຍພາສາ ແລະຜະລິດຕະພັນສື່ປະສົມກ່ຽວກັບ “ເລື່ອງລາວຂອງທ່ານສີຈິ້ນຜິງ” ທີ່ຜະລິດໂດຍໂທລະພາບສາກົນຈີນ ຫຼືCGTNຂອງວິທະຍຸໂທລະພາບສູນກາງຈີນ ຫຼືCMG ໄດ້ເຜີຍແຜ່ອອກສູ່ທົ່ວໂລກຢ່າງເປັນທາງການຢູ່ນະຄອນແຟຣງເຟີດປະເທດເຢຍລະມັນ, ແລະນຳສະເໜີພ້ອມກັນຢູ່ໃນຫຼາຍກວ່າ 60 ສື່ມວນຊົນຫຼັກຂອງບັນດາປະເທດເອີຣົບ. ມີ 80 ສື່ມວນຊົນຫຼັກຢູ່ຕ່າງປະເທດໄດ້ເຜີຍແຜ່ເນື້ອໃນPodcast ແລະຜະລິດຕະພັນສື່ປະສົມນີ້ ລວມທັງ “ໜັງສືພິມຂ່າວສະຫະພາບເອີຣົບ”, ກຸ່ມສື່ມວນຊົນຝຣັ່ງ, ສະຖານີວິທະຍຸເສດຖະກິດແອັດສະປາຍ, “ໜັງສືພິມຣັດເຊຍ” ແລະອື່ນໆ. ການລາຍງານທີ່ກ່ຽວຂ້ອງໄດ້ຖືກສົ່ງຕໍ່ ແລະເຜີຍແກ່ຜ່ານສື່ມວນຊົນອອນລາຍຫຼັກ 817 ແຫ່ງຈາກ 20 ກວ່າປະເທດ ແລະເຂດແຄວ້ນ ເຊັ່ນ: ອາເມຣິກາ, ອັງກິດ, ການາດາ, ອິນເດຍ, ເຢຍລະມັນ ແລະອື່ນໆ, ມີຜູ້ຊົມຕ່າງປະເທດຫຼາຍກວ່າ 400 ລ້ານຄົນ.

 

Podcast ກ່ຽວກັບ “ເລື່ອງລາວຂອງທ່ານສີຈິ້ນຜິງ” ໄດ້ຜະລິດເປັນພາສາອັງກິດ, ພາສາແອັດສະປາຍ, ພາສາຝຣັ່ງ, ພາສາຣັດເຊຍ, ພາສາອາຣັບ ແລະອື່ນໆ, ແມ່ນ Podcast ທຳອິດທີ່ເຜີຍແຜ່ອອກສູ່ທົ່ວໂລກກ່ຽວກັບປະສົບການ ແລະເລື່ອງລາວຕ່າງໆຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນເມື່ອຕອນເພິ່ນເຮັດວຽກຢູ່ເມືອງເຈີ້ງຕີ້ງ, ແຂວງຟູຈ້ຽນ, ແຂວງເຈີ້ຈ່ຽງ, ນະຄອນຊຽງໄຮ້ ແລະອື່ນໆ.