ຄະນະກຳມະການພັດທະນາແລະປະຕິຮູບແຫ່ງລັດຈີນກັບອົງການປົກຄອງລັດຄາລີຟໍເນຍຂອງອາເມຣິກາເຊັນບົດບັນທຶກຄວາມເຂົ້າໃຈ

2023-10-26 16:10:06 CRI

ວັນທີ 25 ຕຸລານີ້, ທ່ານເຈີ້ງ ຊ່ານ ເຈຍ, ຫົວໜ້າຄະນະກຳມະການພັດທະນາແລະປະຕິຮູບແຫ່ງລັດຈີນໄດ້ພົບປະກັບທ່ານກາວິນ ນິວຊອມ, ເຈົ້າຄອງລັດຄາລີຟໍເນຍຂອງອາເມຣິກາທີ່ເດີນທາງມາຢ້ຽມຢາມຈີນຢູ່ນະຄອນຫຼວງປັກກິ່ງ, ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບການເພີ່ມທະວີການແລກປ່ຽນແລະການຮ່ວມມືໃນຂົງເຂດສີຂຽວກາກບອນຕ່ຳ, ແລະໄດ້ເຊັນ “ບົດບັນທຶກຄວາມເຂົ້າໃຈກ່ຽວກັບການເພີ່ມທະວີການຮ່ວມມືດ້ານການພັດທະນາທີ່ມີການປ່ອຍກາກບອນຕ່ຳແລະການຫັນປ່ຽນຮູບແບບສີຂຽວລະຫວ່າງຄະນະກຳມະການພັດທະນາແລະປະຕິຮູບແຫ່ງລັດສາທາລະນະລັດປະຊາຊົນຈີນແລະອົງການປົກຄອງລັດຄາລີຟໍເນຍຂອງສະຫະລັດອາເມລິກາ.”